ຢູຟາ ປະກາດຫ້າມ ເອຊີມິລານ ແຂ່ງຂັນເອີຣົບ

ສະຫະພັນບານເຕະເອີຣົບ (ຢູຟາ) ປະກາດຜ່ານເວັບໄຊຂອງຕົນເອງໃນວັນທີ 27 ມິຖຸນາວ່າ: ໄດ້ຕັດສິນລົງໂທດ ເອຊີ ມິລານ ຍັກໃຫຍ່ ກັລໂຊ ເຊເຣຽ ອາ ອີຕາລີ ດ້ວຍການຫ້າມເຂົ້າຮ່ວມການແຂ່ງຂັນບານເຕະສະໂມສອນເອີຣົບທຸກລາຍການ ເນື່ອງຈາກລະເມີດກົດຄວບຄຸມການເງິນ.
ເອຊີ ມິລານ ຈ່າຍເງິນຊື້ນັກເຕະ 200 ລ້ານປອນ ໃນຊຳເມີ້ຜ່ານມາ ຫລັງ ຊິລວິໂອ ແບລຸສໂຄນີ ອະດີດນາຍົກລັດຖະມົນຕີອີຕາລີ ຂາຍກິດຈະການໄປໃຫ້ກັບກຸ່ມທຶນຈີນ 740 ລ້ານເອີໂຣ ໃນເດືອນເມສາ 2017 ນັ້ນ ຫາກໍຈະໄດ້ສິດຫ້າມແຂ່ງຮອບແບ່ງກຸ່ມຂອງ ຢູຟາ ຢູໂຣປາ ລີກ ລະດູການ 2018-19 ຫລັງຈາກຄອງອັນດັບ 6 ຂອງຕາຕະລາງຄະແນນ ເຊເຣຍ ອາ ໃນທ້າຍລະດູການ 2017-18 ຜ່ານມາ.
ຖະແຫລງການຂອງ ຢູຟາ ລະບຸວ່າ: ສະໂມສອນແຫ່ງນີ້ຖືກຕັດຂາດຈາກການແຂ່ງຂັນລະດັບສະໂມສອນຂອງ ຢູຟາ ຄັ້ງໜ້າ ຖ້າໄດ້ສິດເຂົ້າຮ່ວມການແຂ່ງຂັນໃນສອງລະດູການໜ້າ ຄືການແຂ່ງຂັນໃນ 2018-19 ຫລື 2019-20 ຖ້າໄດ້ຮັບສິດ. ການຕັດສິນຄັ້ງນີ້ອາດຈະຍື່ນອຸທອນໄປສານອານຸຍາໂຕຕຸລາການກິລາ (CAS) ຕໍ່ໄປໄດ້ຕາມມາດຕາ 34(2) ຂອງກົດຂັ້ນຕອນການເຮັດວຽກຂອງຄະນະກຳມະການຄວບຄຸມການເງິນສະໂມສອນຂອງ ຢູຟາ ເຊັ່ນດຽວກັບມາດຕາ 62 ແລະ 63 ຕາມຂໍ້ບັງຄັບ ຢູຟາ.

