ຜູ້ນຳຕວກກີ ແລະ ພັນທະມິດເຫັນພ້ອມ ຍົກເລີກປະກາດສະຖານະການສຸກເສີນ

ໜັງສືພິມຊາ​ບາ​ທີ່​ສະໜັບສະໜູນ​ລັດຖະບານ​ຕວກກີລາ​ຍງານ​ໃນ​ວັນ​ທີ 28 ມິຖຸນາ​ນີ້​ວ່າ: ປະທານາທິບໍດີ ​ເຣ​ເຈ​ບ ທາຍ​ຍິບ ​ແອ​ໂດ​ອານ ຂອງ​ຕວກກີ ຜູ້ນຳ​ພັກ​ເອັມ​ເອຊພີ, ພັກ​ຊາດ​ນິຍົມ ​ແລະ ກຸ່ມ​ພັນທະ​ມິດ​ທາງ​ການ​ເມືອງ ຕົກລົງ​ກັນ​ວ່າ​ຈະ​ບໍ່​ຂະຫຍາຍ​ເວລາ​ປະກາດ​ສະຖານະ​ການ​ສຸກ​ເສີນ​ໃນ​ຕວກກີ​ທີ່​ຈະ​ສິ້ນສຸດ​ລົງ​ໃນ​ເດືອນ​ກໍລະກົດ​ນີ້.

ກ່ອນ​ໜ້າ​ນີ້, ທາງ​ການ​ຕວກກີ​ປະກາດ​ສະຖານະ​ການ​ສຸກ​ເສີນ​ນັບ​ແຕ່​ເຫດ​ພະຍາຍາມ​ກໍ່​ລັດຖະປະຫານ​ໃນ​ເດືອນ​ກໍລະກົດ 2016. ປະທານາທິບໍດີ ​ແອ​ໂດ​ອານ ກ່າວ​ໃນຕົ້ນ​ເດືອນ​ມິຖຸນາ​ວ່າ: ຈະ​ຍົກ​ເລີກ​ປະກາດ​ສະຖານະ​ການ​ສຸກ​ເສີນ​ໃນ​ຕວກກີ, ຖ້າ​ທ່ານ​ໄດ້​ຮັບ​ການ​ເລືອກ​ໃຫ້​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ອີກ​ສະ​ໄໝ​ໃນ​ການ​ເລືອກ​ຕັ້ງ​ວັນ​ທີ 24 ມິຖຸນາ ​ເຊິ່ງທ່ານ​ໄດ້​ຮັບ​ໄຊຊະນະ​ໃຫ້​ບໍລິຫານ​ປະ​ເທດ​ຕໍ່​ໄປ.