ຈໍາປາສັກ-ກວາງຈິ ແລກປ່ຽນບົດຮຽນປ້ອງກັນຄວາມສະຫງົບ

ເມື່ອບໍ່ດົນມານີ້, ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ພົບປະແລກປ່ຽນບົດຮຽນວຽກງານປ້ອງກັນຄວາມສະຫງົບກັບກອງບັນຊາການຕຳຫລວດແຂວງກວາງຈິ ສສ.ຫວຽດນາມ, ຝ່າຍລາວນໍາໂດຍທ່ານພົນຈັດຕະວາ ສີພັນ ວົງເຮືອງຄຳ ຫົວໜ້າກອງບັນຊາການ ປກສ ແຂວງ ຈຳປາສັກ ແລະ ຝ່າຍຫວຽດນາມນຳໂດຍທ່ານພັນເອກ ເຈີນ ເດິກ ຫວຽດ ຫົວໜ້າກອງບັນຊາການຕຳຫລວດແຂວງກວາງ.
ໃນການພົບຄັ້ງນີ້, ທັງສອງຝ່າຍໄດ້ລາຍງານສະພາບການເຄື່ອນໄຫວຊີ້ນຳ-ນຳພາວຽກງານໃນໄລຍະຜ່ານມາໃຫ້ກັນຊາບ, ໂດຍສະເພາະສະພາບຈຸດພິເສດ, ທີ່ຕັ້ງ ແລະ ພາລະບົດບາດຂອງວຽກງານປ້ອງກັນຄວາມສະຫງົບ, ຕະຫລອດຮອດການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ ເປັນຕົ້ນແມ່ນສະພາບການປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງທໃນສັງຄົມ ເຊັ່ນ: ບັນຫາຢາເສບຕິດ, ລັກຊັບ, ປຸ້ນຊັບ, ອຸປະຕິເຫດ, ກຸ່ມແກ້ງກວນເມືອງ ແລະ ອື່ນໆ, ເພື່ອພ້ອມກັນແກ້ໄຂໃຫ້ຫລຸດໜ້ອຍຖອຍລົງ ແລະ ຄົ້ນຄວ້າຊອກຫາວິທີແກ້ໄຂກົນອຸບາຍຂອງກຸ່ມຄົນບໍ່ດີ, ຮູບການເຄື່ອນໄຫວຂອງບັນດາອິດທິກຳລັງປໍລະປັກທີ່ມີຕໍ່ສອງປະເທດລາວ-ຫວຽດນາມເພື່ອແກ້ໄຂໃຫ້ທັນເວລາ.
ໃນໂອກາດນີ້, ສອງຝ່າຍໄດ້ຮ່ວມກັນລົງນາມບົດບັນທຶກຄວາມຊ່ວຍຈຳການຮ່ວມມືແຕ່ປີ 2018-2019 ໂດຍສອງຝ່າຍຈະສືບຕໍ່ເພີ່ມທະວີປະສານສົບທົບແລກປ່ຽນຂໍ້ມູນຂ່າວສານທີ່ພົວພັນເຖິງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ, ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານສະພາບການແກ້ໄຂຄະດີທີ່ພົວພັນເຖິງສອງປະເທດ, ເກັບກຳສະພາບການຄຸ້ມຄອງເຄື່ອນໄຫວຂອງປະຊາຊົນລາວ ແລະ ຫວຽດນາມທີ່ດຳເນີນທຸລະກິດ, ຢ້ຽມຢາມ, ທ່ອງທ່ຽວ, ດຳລົງຊີວິດຢູ່ສອງປະເທດ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃນການຄຸ້ມຄອງຕິດຕາມ ແລະ ແກ້ໄຂບັນຫາຕ່າງໆທີ່ອາດຈະເກີດຂຶ້ນໄດ້ທັນເວລາ.

