ລັກລອບເຊື່ອງໂຄເຄນ ໃສ່ຂັນຈຳລອງບານໂລກ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານນາງ ຄຣິສຕຽນ ຣິຕອນໂດ ລັດຖະມົນຕີຄວາມໝັ້ນຄົງແຫ່ງລັດບົວໂນສໂອເຣສ ປະເທດອາກຊັງຕິນ ຖະແຫລງວ່າ: ຕຳຫລວດສາມາດບຸກເຂົ້າທຳລາຍເຄືອຂ່າຍລັກລອບຄ້າຢາເສບຕິດໃນລັດບົວໂນສໄອເຣສໄດ້ສຳເລັດ ຈັບກຸມຜູ້ຕ້ອງສົງໄສໄດ້ 6 ຄົນ ເປັນຊາຍ 4 ຄົນ ແລະ ຜູ້ຍິງ 2 ຄົນ ສ່ວນຂອງກາງທີ່ຍຶດໄດ້ມີທັງໂຄເຄນ ແລະ ກັນຊາເຊື່ອງຢູ່ໃນຂັນຈຳລອງບານໂລກ ເຊິ່ງກຳລັງມີການແຂ່ງຂັນຮອບສຸດທ້າຍທີ່ປະເທດຣັດເຊຍ. ປະຕິບັດການຂອງຕຳຫລວດໃນຊື່ Narcos de la Copa ເພາະຄົນຮ້າຍຈະໃຊ້ໄລຍະບານໂລກ ເຊິ່ງຈະມີສິນຄ້າ ຫລື ຂອງທີ່ລະນຶກອອກມາຈຳໜ່າຍຫລາຍຢ່າງ, ແຕ່ເຄືອຂ່າຍລັກລອບຄ້າຢາເສບຕິດໃຊ້ສິນຄ້າດັ່ງກ່າວ ເພື່ອເຊື່ອງຢາເສບຕິດ ແລະ ສົ່ງຢາເສບຕິດ ໂດຍຄິດວ່າຈະສາມາດຫລຸດພົ້ນສາຍຕາເຈົ້າໜ້າທີ່ໄດ້ ແລະ ປັດຈຸບັນຖືກສົ່ງເຂົ້າຄຸກຮຽບຮ້ອຍແລ້ວ.
ສຳລັບຂອງກາງທີ່ຍຶດມາໄດ້ປະກອບມີກັນຊາ 20 ກິໂລ, ໂຄເຄນ 10 ກິໂລ ແລະ ຢາແຄຣັກ-ໂຄເຄນທີ່ເອີ້ນວ່າ paco ອີກ 1.800 ເມັດ ມູນຄ່າ 400.000 ອາກຊັງຕິນເປໂຊ ຫລື ປະມານ 14.819 ໂດລາສະຫະລັດ.

