ໂມໂຫງ່າຍ, ງຸດງິດງ່າຍ ແລະ ອາລົມຮ້ອນ ມີວິທີແກ້ແນວໃດ?

ທາງຈິດວິທະຍາມີຫຼາຍວິທີ ແຕ່ຈະໃຫ້ໄດ້ຜົນເຮົາຕ້ອງເຝິກຕະຫຼອດ ບໍ່ດັ່ງນັ້ນກໍຊ່ວຍຫຍັງບໍ່ໄດ້
- ເຝິກສໍາຫຼວດຮ່າງກາຍ: ເວລາຢູ່ຄົນດຽວລອງຄິດເຖິງເລື່ອງທີ່ເຮັດໃຫ້ເຮົາໂມໂຫ, ສໍາຫຼວດການປ່ຽນແປງຂອງຮ່າງກາຍຕັ້ງແຕ່ເລີ່ມບໍ່ພໍໃຈຈົນເຖິງຂັ້ນໂມໂຫສຸດໆວ່າປ່ຽນແປງແນວໃດແດ່ ເຊັ່ນ: ຄິ້ວຈົນຊິຕໍາກັນ, ຫາຍໃຈຖີ່ເຂົ້າ, ຕົນໂຕເກງ, ກໍາກໍາປັ້ນ, ກັດແຂ້ວ ເປັນໜັກຕອນໃດຮູ້ສຶກຄືໃນທ້ອງມີກ້ອນໆ.
- ເຝິກຜ່ອນຄາຍກ້າມຊີ້ນ: ຕໍ່ເນື່ອງຈາກຂໍ້ 1 ໃຫ້ຫາຍໃຈເລິກໆຫຼາຍໆຄັ້ງ ແລ້ວລັບຕາ ສໍາຫຼວດຄຸດຕ່າງໆຂອງຮ່າງກາຍຊ້າໆ ຕັ້ງແຕ່ຫົວຈົນຮອດປາຍຕີນ ສ່ວນທີ່ເກງກໍໃຫ້ຜ່ອນຄາຍກ້າມຊີ້ນ, ຫາຍໃຈເລິກໆໄປເລື່ອຍໆແລ້ວໂຟກຣັດຕໍ່ການສໍາຫຼວດຊ້າໆຈາກປາຍຕີນໄປຍັງຫົວ ສ່ວນເກັງກໍໃຫ້ຜ່ອນຄາຍກ້າມຊີ້ນ ເຮັດແບບນີ້ຫຼາຍໆຮອບ ແລ້ວສັງເກດການປ່ຽນແປງຂອງຮ່າງກາຍ ແລະ ອາລົມເບິ່ງວ່າເຢັນລົງບໍ?
- ເຝິກຕະຫຼອດ ພໍເຖິງສະຖານະການຈິງຈະຮູ້ໂຕຫຼາຍຂຶນ ວ່າຮ່າງກາຍກໍາລັງຕອບສະໜອງກັບຄວາມຄຽດຢູ່ ໃຫ້ເຮົາເຮັດຄືກັບຂໍ້ທີ 2 ຄືຫາຍໃຈເຂົ້າເລິກໆຫຼາຍໆຄັ້ງ ແລ້ວຄ່ອຍໆຜ່ອນຄາຍກ້າມຊີ້ນຕາມໂຕ
- ຂໍເວລານອກ: ພໍຮູ້ໂຕວ່າບໍ່ພໍໃຈແລ້ວເຊັ່ນ: ເລີ່ມຂຶ້ນສຽງກັບອີກຝ່າຍ ແລະ ຮ່າງກາຍເຂົ້າສູ່ໂໝດຄຽດໜັກ (ຮູ້ສຶກເກງກ້າມຊີ້ນ, ໂຕໜັກ, ກໍາມື, ກັດແຂ້ວແລະ ອື່ນໆ) ໃຫ້ຂໍເວລານອກກັບອີກຝ່າຍ ໂດຍເຮົາເປັນຜູ້ຖອນໂຕອອກມາຈາກສະຖານະການນັ້ນ
- ຊ່ວຍເຕືອນສະຕິອີກທາງ ໂດຍການໃສ່ສາຍຢາງໄວ້ທີ່ຂໍ້ມື ພໍເລີ່ມຮູ້ສຶກໂຕວ່າວ່າບໍ່ພໍໃຈກໍດີດສາຍຢາງເລີຍ ເພື່ອໃຫ້ຮູ້ໂຕ ຈາກນັ້ນຫາຍໃຈເລິກໆ ຜ່ອນຄາຍກ້າມຊີ້ ຫຼືບໍ່ກໍຂໍເວລານອກຕາມຂໍ້ທີ 4
- ກັບບາງຄົນທີ່ຂໍເວລານອກບໍ່ໄດ້ໃຫ້ຖອນໂຕອອກຈາກສະຖານະການເຊັ່ນ: ການຖືກຂັບລົດຕັດໜ້າ ໃຫ້ປ່ຽນເລນແລ້ວຂັບໜີໄປ ຢ່າໄປຂັບຕັໜ້າຄືນ ຫຼືບີບແກໄລ່ ຫຼືຖ້າໂມໂຫຄົນກໍຍ່າງໜີ ຢ່າໄປຕໍ່ຖຽງ ພໍຖອນໂຕອອກມາແລ້ວກໍຫາຍໃຈເລິກໆ ຜ່ອນຄາຍກ່າມຊີ້ນ
- ປັບປຸງບົດສົນທະນາໂຟກັດທີ່ປະສົບການຕົນເອງ (ໃຫ້ຫຼີກລ່ຽງການໂທດຄົນອື່ນກ່ອນ)

