ເຜີຍແຜ່ສະພາບຊາຍແດນລາວ-ກຳປູເຈຍໃຫ້ພະນັກງານຫລັກແຫລ່ງອົງການກວດສອບແຫ່ງລັດ
ໃນວັນທີ 19 ມິຖຸນານີ້, ພະນັກງານຫລັກແຫລ່ງອ້ອມຂ້າງອົງການກວດສອບແຫ່ງລັດ, ໄດ້ຮັບຟັງການເຜີຍແຜ່ເອກະສານສະພາບການຊາຍແດນລາວ-ກຳປູເຈຍ, ໂດຍການບັນຍາຍຂອງທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ. ເພື່ອໃຫ້ຄະນະພັກ-ຄະນະນຳອົງການດັ່ງກ່າວໄດ້ຮັບຮູ້ຄວາມເປັນມາທາງດ້ານປະຫວັດສາດແຫ່ງການພົວພັນລະຫວ່າງລາວ-ກຳປູເຈຍ, ນັບແຕ່ໄລຍະຕໍ່ສູ້ເພື່ອຄວາມເປັນເອກະລາດຈົນເຖິງປັດຈຸບັນ, ສະພາບການສຳຫລວດປັກຫລັກໝາຍຊາຍແດນ ແລະ ບັນຫາທີ່ເກີດຂຶ້ນທີ່ພົວພັນເຖິງຊາຍແດນລະຫວ່າງລາວ-ກຳປູເຈຍ, ຊຶ່ງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ມີຊາຍແດນຮ່ວມກັນຍາວ 535 ກິໂລແມັດ, ເປັນປະເທດບ້ານໃກ້ເຮືອນຄຽງ, ບ້ານພີ່ເມືອງນ້ອງ, ບ້ານແກ່ວເຮືອນດອງນຳກັນ, ພ້ອມກັນຮ່ວມຊົມໃຊ້ແມ່ນ້ຳລຳເຊ, ພູຜາປ່າດົງ, ດິນດອນຕອນຫຍ້າ ເພື່ອດຳລົງຊີວິດ ແລະ ດຳເນີນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານມາແຕ່ດົນນານ. ແຕ່ມາໃນເດືອນກຸມພາ 2017 ໄດ້ເກີດຄວາມເຄັ່ງຕຶງຂຶ້ນຢູ່ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ, ເຊິ່ງຝ່າຍລາວໄດ້ກວດເຫັນການກໍ່ສ້າງເສັ້ນທາງຂອງຝ່າຍກຳປູເຈຍຢູ່ບໍລິເວນດັ່ງກ່າວ, ຝ່າຍລາວຈຶ່ງໄດ້ສົ່ງໜັງສືທັກທ້ວງ ແລະ ໄດ້ພົບປະຫາລືກັນແຕ່ລະດັບທ້ອງຖິ່ນຫາສູນກາງ ແລະ ຜ່ານກົນໄກການຮ່ວມມືຕ່າງໆ ເພື່ອສະເໜີໃຫ້ຝ່າຍກຳປູເຈຍຢຸດຕິການກໍ່ສ້າງເສັ້ນທາງດັ່ງກ່າວ ແລະ ຖອນກຳລັງອອກຈາກບໍລິເວນນັ້ນ ເພື່ອຮັກສາສະພາບເດີມໄວ້ຈົນກວ່າຈະສຳເລັດການສຳຫລວດ ແລະ ປັກຫລັກໝາຍຊາຍແດນ.
ການແກ້ໄຂບັນຫາຊາຍແດນລາວ-ກຳປູເຈຍ ຖືວ່າເປັນບັນຫາລະອຽດອ່ອນ, ຫລໍ່ແຫລມ, ທ້າທາຍ ແລະ ທັງເປັນການທົດສອບຕໍ່ຄວາມທໍລະຫົດອົດທົນໃນການຮັກສາຜົນປະໂຫຍດຂອງຊາດ, ເຊິ່ງພັກ-ລັດເຮົາໄດ້ພະຍາຍາມແກ້ໄຂໂດຍສັນຕິວິທີ ຄຽງຄູ່ກັບການປຸກລະດົມໃຫ້ພະນັກງານສະມາຊິກພັກ, ປະຊາຊົນບັນດາເຜົ່າ, ໂດຍສະເພາະແມ່ນແຂວງ ແລະ ທ້ອງຖິ່ນທີ່ມີຊາຍແດນຕິດຈອດກັບກຳປູເຈຍ ແລະ ພາກສ່ວນກ່ຽວຂ້ອງເປັນເຈົ້າການສືບຕໍ່ຮັກສາການພົວພັນຮ່ວມມືກັນແບບບ້ານໃກ້ເຮືອນຄຽງທີ່ດີຕາມແນວທາງນະໂຍບາຍຂອງພັກ-ລັດເຮົາ. ພ້ອມນີ້ກໍເປັນການເພີ່ມສະຕິລະວັງຕົວຕໍ່ການໂຄສະນາແບ່ງແຍກຄວາມສາມັກຄີ, ເດັດດ່ຽວປົກປັກຮັກສາເຂດນ້ຳແດນດິນພວກເຮົາໄວ້ໃຫ້ໝັ້ນຄົງ.
ໃນໂອກາດນີ້, ຍັງໄດ້ຮັບຟັງການເຜີຍແຜ່ມະຕິວ່າດ້ວຍການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ແລະ ບົດແນະນຳກ່ຽວກັບການດຳເນີນຄະດີການສໍ້ລາດບັງຫລວງ ເພື່ອໃຫ້ພະນັກງານໄດ້ຮັບຮູ້ເຂົ້າໃຈ, ກຳແໜ້ນກ່ຽວກັບໜ້າທີ່, ຂອບເຂດສິດ, ຂັ້ນຕອນ ແລະ ວິທີການດຳເນີນຄະດີການສໍ້ລາດບັງຫລວງໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ, ໂດຍການເຜີຍແຜ່ຂອງທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ.

