ຄຳມ່ວນຫາລືສ້າງເຄື່ອງໝາຍລວມໝູ່ໃຫ້ຜູ້ປະກອບການ

ກອງປະຊຸມ ການສ້າງ ເຄື່ອງໝາຍລວມໝູ່ໃຫ້ ແກ່ຜູ້ປະກອບການພາຍໃຕ້ ໂຄງການສ້າງຄວາມເຂັ້ມ ແຂງທາງດ້ານວຽກງານຊັບ ສິນທາງປັນຍາໃຫ້ແກ່ຂະ ແໜງການທ້ອງຖິ່ນ ໄດ້ຈັດ ຂຶ້ນເມື່ອບໍ່ດົນມານີ້ ຢູ່ເມືອງ ໜອງບົກ ແຂວງຄຳມ່ວນ, ໂດຍການເປັນປະທານ ຂອງ ທ່ານ ສິນທະສອນ ມະຫາ ໂຄດ, ເຈົ້າເມືອງໜອງບົກ ແລະ ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບ ສິນທາງປັນຍາ, ກະຊວງ ວິທະຍາສາດ ແລະ ເຕັກໂນ ໂລຊີ; ມີຜູ້ຕາງໜ້າຈາກຫ້ອງ ການອຸດສາຫະກຳ ແລະ ການຄ້າ, ກະສິກຳ ແລະ ປ່າ ໄມ,້ ສາທາລະນະສຸກ, ວິທະ ຍາສາດ ແລະ ເຕັກໂນໂລຊີ ເມືອງ, ນາຍບ້ານສາມສ້າງ 14 ບ້ານ, ກຸ່ມຜະລິດແນວ ພັນເຂົ້າ, ຜະລິດປຸ໋ຍຊີວະ ພາບ, ຜະລິດເຂົ້າໜົມປ່ານ, ປັ້ນໝໍ້ຫຼໍ່ໄຫ, ໂຮງສີເຂົ້າ, ຜະລິດເຫຼົ້າຂາວ ແລະ ສິນຄ້າ ອື່ນໆ ເຂົ້າຮ່ວມເປັນຈຳນວນ ຫລາຍ.
+ ສົ່ງເສີມຜູ້ປະກອບການ ໃຫ້ຈົດທະບຽນສາກົນກ່ຽວກັບເຄື່ອງໝາຍພາຍໃຕ້ອານຸສັນຍາມາດຣິດ
+ ຫລາຍຜະລິດຕະພັນຂອງແຂວງສະຫວັນນະເຂດໄດ້ຮັບຈົດທະບຽນເຄື່ອງໝາຍການຄ້າ
ເພື່ອສ້າງຄວາມເຂົ້າ ໃຈ ແລະ ຄວາມເຂັ້ມແຂງທາງ ດ້ານວິຊາການ ໃຫ້ແກ່ພະນັກ ງານຂັ້ນທ້ອງຖິ່ນ, ຜູ້ປະກອບ ການຂະໜາດນ້ອຍ ແລະ ກາງ, ນັກທຸລະກິດ, ກຸ່ມຜູ້ຜະ ລິດ, ຊາວກະສິກອນເຫັນໄດ້ ຄວາມສຳຄັນຂອງວຽກງານຊັບສິນທາງປັນຍາກໍຄືການ ຈົດທະບຽນຊັບສິນທາງ ປັນຍາເພື່ອປົກປ້ອງຜົນປະ ໂຫຍດຂອງຜູ້ປະກອບການ, ສ້າງມູນຄ່າເພີ່ມຂອງສິນຄ້າ ແລະ ສາມາດແຂ່ງຂັນໃນ ຕະຫຼາດໄດ້. ຜູ້ເຂົ້າຮ່ວມໄດ້ ຮັບຟັງການເຜີຍແຜ່ ກ່ຽວກັບ ຄວາມໝາຍ ສຳຄັນ ໃນການ ນຳໃຊ້ເຄື່ອງໝາຍລວມໝູ່, ວຽກງານມາດຕະຖານ ແລະ ຄຸນນະພາບ, ຄວາມສຳຄັນ ຂອງວຽກງານນິເວດວິທະ ຍາ ແລະ ເຕັກໂນໂລຊີ ແລະ ອື່ນໆ ເພື່ອໃຫ້ສາມາດນຳໄປ ໝູນໃຊ້ເຂົ້າໃນການດຳເນີນທຸລະກິດຕົວຈິງໄດ້ ເປັນຢ່າງ ດີ ແລະ ປະກອບສ່ວນເຂົ້າ ໃນການພັດທະນາເສດຖະ ກິດ-ສັງຄົມໃຫ້ນັບມື້ເຂັ້ມ ແຂງຂຶ້ນເທື່ອລະກ້າວ.

