ປາກລາຍເອົາໃຈໃສ່ສົ່ງເສີມປະຊາຊົນຜະລິດເປັນສິນຄ້າ

ເມືອງປາກລາຍ, ແຂວງ ໄຊຍະບູລີ. ມີເນື້ອທີ່ປູກ ຝັງ ແລະ ລ້ຽງສັດກວ້າງ ຂວາງ ເປັນເງື່ອນໄຂສະດວກ ໃຫ້ແກ່ປະຊາຊົນທຳການ ຜະລິດເປັນສິນຄ້າເພື່ອສ້າງ ລາຍໄດ້ເຂົ້າຄອບຄົວ ແລະ ແກ້ໄຂຄວາມທຸກຍາກໃຫ້ ນັບ ມື້ຫລຸດລົງເທື່ອລະກ້າວ. ແນ ໃສ່ການຜະລິດເຂົ້າສົ່ງອອກ ໄປຂາຍຢູ່ຕະຫລາດ ໄທ, ສປ ຈິນ ແລະ ຫວຽດນາມ.

ຫລວງນ້ຳທາ ເລັ່ງຊຸກຍູ້ການປູກຝັງ-ລ້ຽງສັດຂອງປະຊາຊົນ

ລາວຫາລືການຜະລິດກະສິກຳສະອາດຕິດພັນກັບຂະແໜງການປູກຝັງ

ທ່ານ ຫົວໜ້າຫ້ອງການ ສົ່ງເສີມກະສິກຳ ເເລະ ປ່າໄມ້ ເມືອງປາກລາຍໃຫ້ຮູ້ວ່າ: ເພື່ອເຮັດໃຫ້ຄອບຄົວທີ່ຍັງ ທຸກຍາກນັບມື້ຫລຸດລົງເປັນ ກ້າວໆ, ການນຳເມືອງໄດ້ ເອົາໃຈໃສ່ແຕ່ງຕັ້ງຄະນະຮັບ ຜິດຊອບ ເພື່ອຊຸກຍູ້ປະຊາຊົນ ທຳການຜະລິດເປັນສິນ ຄ້າໂດຍໄດ້ຈັດຕັ້ງ ເປັນກຸ່ມ ການຜະລິດ, ກຸ່ມປູກຝັງ, ກຸ່ມລ້ຽງສັດ, ກຸ່ມຫັດຖະ ກຳ. ເພື່ອໃຫ້ກາຍເປັນສິນ ຄ້າຕົ້ນຕໍຂອງເມືອງ, ທັງ ເຮັດໃຫ້ປະຊາຊົນມີລາຍ ຮັບທີ່ໝັ້ນຄົງແກ້ໄຂຄວາມ ທຸກຍາກໃຫ້ຫລຸດລົງເປັນ ກ້າວໆ.

ເມືອງປາກລາຍເປັນ ເມືອງ ທີ່ມີພື້ນຖານການ ຜະລິດກະກິກຳມາແຕ່ດຶກ ດຳບັນ ແລະ ມີເງື່ອນໄຂ ເອື້ອອຳນວຍຄວາມສະ ດວກຫຼາຍຢ່າງ ຈຶ່ງເປັນທ່າ ແຮງໂດຍການຊຸກຍູ້ສົ່ງ ເສີມປະຊາຊົນຈັດຕັ້ງເປັນກຸ່ມການຜະລິດຕົ້ນຕໍແມ່ນປູກພືດຜັກປອດສານພິດ, ມາ ຮອດປັດຈຸບັນເຫັນວ່າ ມີການຂະຫຍາຍຕົວດີຂຶ້ນ ໃນໄລຍະ 3 ເດືອນຜ່ານມາ ສາມາດ ປະຕິບັດໄດ້ 48,91 ເຮັກຕາ, ເທົ່າກັບ 24,45% ຂອງແຜນການປີ, ການປູກ ພືດເປັນສິນຄ້າປະຕິບັດ ໄດ້ 4.566,54 ເຮັກຕາ, 104,16% ຂອງ ແຜນການ ປີ ແລະ ສາມາດ ສົ່ງອອກສາ ລີໄປ ປະເທດໄທ, ສປ ຈີນ, ແລະ ຫວຽດ ນາມຫລາຍພັນ ໂຕນ. ເຮັດໃຫ້ໂຄງປະກອບ ເສດຖະກິດມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງໃນລະດັບ 9,2% ຕໍ່ປີ.