ໂມຣັອກໂກ ພ້ອມສະເໜີຕົວຂໍເປັນເຈົ້າພາບບານໂລກ 2030

ມຸສຕາຟາ ເອລ ຄາລຟີ ຕົວແທນຂອງລັດຖະບານໂມຣັອກໂກ ອອກມາເປີດເຜີຍວ່າ: ປະເທດຂອງຕົນສະເໜີຕົວໃນການເປັນເຈົ້າພາບບານໂລກ 2030 ອີກຄັ້ງ ພາຍຫລັງເສຍໂອກາດເປັນເຈົ້າພາບປີ 2026.
ເນື່ອງຈາກວ່າເປັນຝ່າຍເສຍໃນການໂຫວດໃຫ້ທະວີບອາເມລິກາ ທີ່ມີ 3 ປະເທດເປັນເຈົ້າພາບຮ່ວມ ໄດ້ແກ່ ສະຫະລັດອາເມລິກາ, ເມັກຊິໂກ ແລະ ການາດາ ໃນການປະຊຸມສະພາຂອງຟີຟາ ໃນວັນທີ 13 ມິຖຸນາຜ່ານມາ.
ພາຍຫລັງໄດ້ຮັບຮູ້ຜົນແລ້ວ ຄາລຟີ ຕົວແທນໂມຣັອກໂກ ເວົ້າວ່າ: ຮູ້ສຶກເສຍໃຈທີ່ປະເທດກຸ່ມອາລັບບາງສ່ວນບໍ່ໄດ້ລົງຄະແນນສຽງໃຫ້ກັບຊາດຂອງຕົນເອງ ແລະ ກ່ອນໜ້ານີ້ ໂມຣັອກໂກ ຍັງເສຍໂອກາດໃນການຍື່ນສະເໜີເປັນເຈົ້າພາບມາແລ້ວ 5 ຄັ້ງ.

