ການສອບ​ເສັງຈົບ​ຊັ້ນ​ ມ7 ສົກປີ 2017-2018 ທົ່ວປະ​ເທດມີ​ນັກ​ສອບ​ເສັງຫລາຍກວ່າ 66 ພັນ​​ຄົນ

ການ​ສອບ​ເສັງ​ຈົບ​ຊັ້ນ​ມັດທະຍົມ​ສຶກສາ​ຕອນ​ປາຍ ມ7 ໃນຂອບເຂດທົ່ວປະເທດ ສົກຮຽນ 2017-2018, ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​​ໃນ​ວັນທີ ​19 ມິຖຸນາ​ ນີ້, ທີ່ໂຮງຮຽນມັດທະຍົມສົມບູນສາທິດ, ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ນາງ ແສງເດືອນ ຫຼ້າຈັນທະບູນ, ​ໂດຍ​ມີ​ນັກ​ສອບ​ເສັງ​ທັງໝົດ 66.586 ຄົນ (ຍິງ 31.299 ຄົນ), ແບ່ງ​ເປັນ 285 ສູນ, ມີ 3.210 ຫ້ອງ​ສອບເສັງ. ເຊິ່ງສອບເສັງໃນ 4 ວິຊາ ​ຄື: ພາສາ​ລາວ-ວັນນະຄະດີ, ຄະນິດສາດ, ພູມ​ສາດ ແລະ ຊີວະ​ວິທະຍາ ແລະ ຈະສໍາເລັດລົງໃນວັນທີ 20 ມິຖຸນານີ້.

ສະເພາະການ​ສອບ​ເສັງ​ຈົບ​ຊັ້ນມັດທະຍົມ​ສຶກສາ ຕອນປາຍ ​ (ມ7) ທົ່ວ​ນະຄອນຫຼວງ​ວຽງຈັນ ມີ​ນັກ​ສອບ​ເສັງທັງ​ໝົດ 10.618 ຄົນ (ຍິງ 5.395 ຄົນ) ​ໃນ 9 ​ເມືອງ, ຈາກ 91 ​ໂຮງຮຽນ, ມີກໍາມະການຍາມຫ້ອງເສັງທັງໝົດ 1.107 ຄົນ ແລະ ກໍາມະການກວດບົດ ຈໍານວນ 235 ຄົນ, ​ແບ່ງ​ເປັນ 22 ສູນ ​ແລະ ມີ 529 ຫ້ອງ​ສອບ​ເສັງ ຄື: ຈັນທະບູລີ, ສີໂຄດຕະບອງ ແລະ ໄຊເສດຖາ ເມືອງລະ 3 ສູນ, ປາກງື່ມ ແລະ ນາຊາຍທອງ ເມືອງລະ 2 ສູນ, ເມືອງ ໄຊທານີ 6 ສູນ, ສີສັດຕະນາກ, ຫາດຊາຍຟອງ ແລະ ສັງທອງ ເມືອງລະ 1 ສູນ.