ສານປະຊາຊົນແຂວງອຸດົມໄຊຕັດສີນທົງໂທດຜູ້ຄ້າຂາຍຢາເສບຕິດ

ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງອຸດົມໄຊ ໄດ້ລົງໂທດຕັດສິດສະພາບ 7 ປີ ພ້ອມທັງປັບໃໝເງີນ 11 ລ້ານກີບ, ນາງ ເລົາທໍ້ ອາຍຸ 55 ປີ ຢູ່ບ້ານ ຫລັກ 32 ເມືອງ ໄຊ ແຂວງ ອຸດົມໄຊ ຊຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີໄດ້ໃນວັນທີ 19 ພຶດສະພາ 2017 ພ້ອມຂອງກາງຢາບ້າ 28 ເມັດ, ຝິ່ນ 1 ຫໍ່ ນ້ຳໜັກ 3,2 ກຼາມ ແລະ ລົງໂທດຕັດອິດສະລະພາບ 5 ປີ ແລະ ປັບໃໝເງີນ 10 ລ້ານກີບ ທ້າວ ບຸນມີ ອາຍຸ 36 ປີ ຢູ່ບ້ານ ຢ້າວນ້ອຍ ເມືອງ ໄຊ ແລະ ທ້າວ ລາວຈາລີ ອາຍຸ 53 ປີ ຢູ່ບ້ານ ໂພນຄຳ ເມືອງ ງາ ແຂວງ ອຸດົມໄຊ ໃນຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພວກກ່ຽວໄດ້ຮ່ວມກັນເຄື່ອນໄຫວຊື້ຂາຍຢາເສບຕິດ, ໂດຍສະເພາະ ນາງ ເລົາທໍ້ ທີ່ເປັນຜູ້ຄ້າຢາເສບຕິດມາດົນ ແລະ ໄດ້ໃຫ້ ທ້າວ ລາວຈາລີ ແລະ ທ້າວ ບຸນມີ ເປັນຜູ້ຂົນສົ່ງຢາເສບຕິດໃຫ້, ຊຶ່ງພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າມີກຸ່ມແກ້ງຄ້າຂາຍຢາເສບຕິດ ຢູ່ໃນເມືອງ ໄຊ ຈຶ່ງໄດ້ຕິດຕາມເປົ້າໝາຍ ແລະ ສາມາດຈັບຕົວ ນາງ ເລົາທໍ້ ໄດ້ຢູ່ເຮືອນຂອງຜູ້ກ່ຽວພ້ອມຂອງກາງຢາເສບຕິດດັ່ງກ່າວ ແລະ ໄດ້ຂະຫຍາຍຜົນສາມາດຈັບຜູ້ຮ່ວມຂະບວນການ 2 ຄົນຄື ທ້າວ ບຸນມີ ແລະ ທ້າວ ລາວຈາລີ ພ້ອມຂອງຢາບ້າ 46 ເມັດໃນຕົ້ນເດືອນມິຖຸນານີ້ ແລະ ຖືກສານຕັດສີນລົງໂທດດັ່ງກ່າວ.

