ບໍລິສັດໂກມັດຊຸ ຈະຊ່ວຍສ້າງໂຮງຮຽນ ຢູ່ 3 ເມືອງແຂວງຊຽງຂວາງ

ໃນວັນທີ 13 ມິຖຸນາ ນີ້, ທີ່ຫ້ອງວ່າການປົກ ຄອງ ແຂວງຊຽງຂວາງ ທ່ານ ນາກິຣະ ແອັດຊຸຊິ (Atsushi NAGIRA) ຜູ້ຈັດການ ໃຫຍ່ບໍລິສັດ ໂກ ມັດຊຸ ປະເທດຍີປຸ່ນພ້ອມ ດ້ວຍຄະນະໄດ້ເຂົ້າຢ້ຽມຂ່ຳ ນັບ ທ່ານ ບົວສອນ ສີນວນ ທອງ ຮອງເຈົ້າ ແຂວງໆ ຊຽງຂວາງ, ພ້ອມທັງລາຍ ງານວ່າ: ບໍລິສັດ ໂກມັດຊຸ ເປັນຄູ່ຮ່ວມງານ ກັບອົງການ ເກັບກູ້ລະເບີດ ເຈມັດໄດ້ເກັບ ກູ້ລະເບີດຢູ່ ເມືອງຄຳ, ເມືອງ ແປກ ແລະ ເມືອງພູກູດໄດ້ ເຫັນວິຖີການດຳລົງຊີວິດ, ວັດທະນາທຳ ແລະ ຮີດຄອງ ປະເພນີຂອງປະຊາຊົນ ແຂວງຊຽງຂວາງທີ່ເຫັນ ວ່າ ສ່ວນໃຫຍ່ແມ່ນຍັງມີ ຄວາມລຳບາກ, ດັ່ງນັ້ນທາງ ບໍລິສັດຈິ່ງຢາກຊ່ວຍສ້າງ ໂຮງຮຽນປະຖົມສົມບູນ ແລະ ມັດທະຍົມຕອນຕົ້ນຢູ່ 3 ເມືອງດັ່ງກ່າວສ່ວນຈຳ ນວນໂຮງຮຽນທີ່ຈະຊ່ວຍ ສ້າງແມ່ນອີງຕາມການລະ ດົມທຶນໄດ້ໃນແຕ່ລະໄລຍະ.

 

ມອບ-ຮັບການກໍ່ສ້າງໂຮງຮຽນ 14 ແຫ່ງລະຫວ່າງພະແນກສຶກສາ ແລະ ແຜນການ ແລະ ການລົງທຶນແຂວງວຽງຈັນ

ວາງສີລາລຶກກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ

ໃນໂອກາດນີ້, ທ່ານ ບົວ ສອນ ສີນວນທອງ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ນຳອົງການເກັບກູ້ລະເບີດ ເຈມັດ ແລະ ບໍລິສັດໂກມັດ ຊຸ ທີ່ໄດ້ໃຫ້ການຊ່ວຍເຫລືອ ແຂວງຊຽງຂວາງໃນໄລຍະຜ່ານມາ ເປັນຕົ້ນແມ່ນການ ເກັບກູ້ລະເບີດທີ່ຕົກຄ້າງຢູ່ ຕາມພື້ນທີ່ຕ່າງໆຂອງແຂວງ ເຮັດໃຫ້ປະຊາຊົນສາມາດ ທຳການຜະລິດ ແລະ ດຳ ລົງຊີວິດໄດ້ປອດໄພຈາກ ລະເບີດດັ່ງກ່າວຫລາຍຂຶ້ນ, ນອກນີ້ ຍັງໄດ້ໃຫ້ຄວາມຮູ້ ແກ່ຊຸມຊົນເຂົ້າໃຈກ່ຽວກັບ ຜົນຮ້າຍຂອງລະເບີດ, ແນວ ໃດກໍຕາມ ແຂວງຊຽງຂວາງ ຍັງຂາດ ອາຄານຮຽນໃນ ບາງທ້ອງຖິ່ນສະນັ້ນ ການ ຊ່ວຍເຫລືອກໍ່ສ້າງໂຮງຮຽນ ແມ່ນມີຄວາມສຳຄັນອັນໜຶ່ງ ເພາະເປັນການພັດທະນາ ຊັບພະຍາກອນມະນຸດ, ພັດ ທະນາເສດຖະກິດ-ສັງຄົມ ໄປພ້ອມໆກັນ.