ເມືອງທຽນຈິນຂອງຈີນຈະໃຫ້ລົດຍົນ ໃຊ້ແກັສໂຊຮໍເກືອບທັງໝົດພາຍໃນປີນີ້

ເມືອງທຽນຈິນຂອງຈີນກຳນົດໃຫ້ລົດຍົນເກືອບທັງໝົດຂອງເມືອງໃຊ້ນ້ຳມັນເຊື້ອໄຟທີ່ປະສົມເອທານໍ ຫລື ແກັສໂຊຮໍພາຍໃນເດືອນກັນຍານີ້. ຂະນະທີ່ລັດຖະບານຈີນກຳລັງເລັ່ງຊຸກຍູ້ໃຫ້ມີການໃຊ້ເຊື້ອໄຟຊີວະພາບຢ່າງກວ້າງຂວາງທົ່ວປະເທດ.
ລັດຖະບານຈີນກ່າວໃນປີຜ່ານມາວ່າ: ມີແຜນການຈະປະກາດໃຊ້ນ້ຳມັນເຊື້ອໄຟທີ່ຕື່ມເອທານໍເປັນສ່ວນປະສົມ 10% ພາຍໃນປີ 2020 ເພື່ອຫລຸດປະລິມານເຂົ້າສາລີໃນສາງ ແລະ ເພື່ອຫລຸດສະພາບມົນລະພິດໃນອາກາດ. ການທີ່ເມືອງທຽນຈິນ ເຊິ່ງເປັນເມືອງທ່າສຳຄັນທາງຕອນເໜືອຂອງຈີນທີ່ມີປະຊາກອນປະມານ 15 ລ້ານຄົນ ຖືເປັນການປະກາດຢ່າງເປັນທາງການຂອງທ້ອງຖິ່ນແຫ່ງທຳອິດໃນການລິເລີ່ມການໃຊ້ແກັສໂຊຮໍຕາມນະໂຍບາຍທີ່ລັດຖະບານຈີນປະກາດໄວ້. ເມືອງທຽນຈິນຄາດໝາຍວ່າຖ້າເປັນໄປຕາມເປົ້າໝາຍ ຈະໃຊ້ເຊື້ອໄຟເອທານໍປີລະ 260.000 ໂຕນ ເຊິ່ງໝາຍຄວາມວ່າຈະມີການໃຊ້ເຂົ້າສາລີ 780.000 ໂຕນໃນການຜະລິດເອທານໍ ໂດຍເຂົ້າສາລີ 3 ໂຕນ ຈະສາມາດຜະລິດເອທານໍໄດ້ 1 ໂຕ. ປັດຈຸບັນ ຈີນມີເຂົ້າສາລີເກັບໄວ້ປະມານ 200 ລ້ານໂຕນ ຫລັງຈາກການໃຊ້ນະໂຍບາຍຮັບເຂົ້າສາລີໄວ້ໃນສາງ ເພື່ອຊ່ວຍເຫລືອກະສິກອນ ແຕ່ນະໂຍບາຍນີ້ຍົກເລີກໄປແລ້ວ.

