ເນື້ອໃນຂໍ້ຕົກລົງທ່ານ ທຣຳ – ທ່ານ ກິມ

ຖະແຫລງການຮ່ວມທີ່ຜູ້ນຳ ສປປ ເກົາຫລີ ແລະ ອາເມລິກາ ລົງນາມໃນກອງປະຊຸມສຸດຍອດຄັ້ງປະຫວັດສາດຄວບຄຸມເລື່ອງການພົວພັນທະວີພາຄີ, ແຫລມເກົາຫລີ ແລະ ຊະເລີຍເສິກ ຫລື ທະຫານທີ່ສູນຫາຍໃນສົງຄາມ.

ທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ແລະ ປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ລົງນາມເອກະສານຮ່ວມກັນໃນຕອນບ່າຍວັນທີ 12 ມິຖຸນານີ້ ຕາມເວລາຢູ່ລາວ, ຫລັງເປີດກອງປະຊຸມສຸດຍອດຄັ້ງປະຫວັດສາດທີ່ສິງກະໂປ. ຖືເປັນເທື່ອທຳອິດທີ່ຜູ້ນຳທີ່ຢູ່ໃນຕຳແໜ່ງສອງປະເທດພົບກັນ, ເນື້ອໃນຖະແຫລງຮ່ວມລະບຸວ່າ: ປະທານາທິບໍດີ ທຣຳ ແລະ ທ່ານ ກິມ ຈ໋ອງອຸນ ໄດ້ແລກປ່ຽນທັດສະນະໃນເລື່ອງກ່ຽວກັບການສ້າງການພົວພັນທະວີພາຄີໃໝ່, ການສ້າງລະບອບສັນຕິພາບທີ່ຍືນຍົງ ແລະ ຮຸ່ງເຮືອງຢູ່ແຫລມເກົາຫລີ, ປະທານາທິບໍດີ ທຣຳ ໃຫ້ຄຳໝັ້ນວ່າໃຫ້ການຮັບຮອງຄວາມປອດໄພແກ່ ສປປ ເກົາຫລີ. ຂະນະທີ່ທ່ານ ກິມ ຈ໋ອງອຸນ ເນັ້ນເລື່ອງຄວາມມຸ່ງໝັ້ນທີ່ຈະເຮັດໃຫ້ແຫລມເກົາຫລີປອດນິວເຄຼຍຢ່າງສົມບູນ. ຜູ້ນຳທັງສອງຂໍຖະແຫລງ 4 ຂໍ້ດັ່ງຕໍ່ໄປນີ້ຄື:
ຂໍ້ທີ 1: ອາເມລິກາ ແລະ ສປປ ເກົາຫລີ ໃຫ້ຄຳໝັ້ນວ່າຈະສ້າງການພົວພັນໃໝ່ຕາມຄວາມປາຖະໜາຂອງປະຊາຊົນທັງສອງປະເທດ ເພື່ອສັນຕິພາບ ແລະ ຄວາມຮຸ່ງ.
ຂໍ້ທີ 2: ອາເມລິກາ ແລະ ສປປ ເກົາຫລີ ຈະຮ່ວມກັນສ້າງລະບອບສັນຕິພາບທີ່ຍືນຍົງ ແລະ ໝັ້ນຄົງຢູ່ແຫລມເກົາຫລີ.
ຂໍ້ທີ 3: ອາເມລິກາ ແລະ ສປປ ເກົາຫລີ ໃຫ້ຄຳໝັ້ນວ່າຈະຄົ້ນຫາຮ່າງສະເລີຍສົງຄາມ ຫລື ທະຫານທີ່ສູນຫາຍຂະນະປະຕິບັດໜ້າທີ່ ລວມທັງເລັ່ງສົ່ງຄືນຮ່າງທີ່ພົບແລ້ວ.
ຕອນທ້າຍຂອງຖະແຫລງການຮ່ວມລະບຸວ່າ: ທັງສອງປະເທດຈະຈັດການເຈລະຈາສືບຕໍ່ໂດຍທ່ານ ໄມ ປອມເປໂອ ລັດຖະມົນຕີຕ່າງປະເທດອາເມລິກາ ແລະ ເຈົ້າໜ້າທີ່ລະດັບສູງຂອງ ສປປ ເກົາຫລີ ທີ່ກ່ຽວຂ້ອງໂດຍໄວທີ່ສຸດ.

