ການສອບເສັງຈົບຊັ້ນ ມ4 ທົ່ວປະເທດສົກ 2017-2018 ໄຂຂຶ້ນມື້ນີ້ ມີນັກສອບເສັງຫຼາຍກວ່າ 93 ພັນຄົນ

ບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ປີທີ 4 (ມ4)ໃນຂອບເຂດທົ່ວປະເທດ ສົກຮຽນ 2017-2018, ໄດ້ໄຂຂຶ້ນຢ່າງເປັນທາງການໃນມື້ນີ້ (12 ມິຖຸນາ), ໂດຍມີນັກສອບເສັງທັງໝົດ 93.598 ຄົນ, ຍິງ 44.945 ຄົນ, ຊຶ່ງໄດ້ແບ່ງເປັນ 548 ສູນ ແລະ ມີ 4.526 ຫ້ອງສອບເສັງ. ສອບເສັງໃນ 6 ວິຊາຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ສຶກສາພົນລະເມືອງ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ພາສາອັງກິດ ແລະ ຈະດໍາເນີນໄປຮອດວັນທີ 14 ມິຖຸນານີ້ ຈຶ່ງຈະສໍາເລັດລົງ.
ສະເພາະການສອບເສັງຈົບຊັ້ນມັດທະຍົມສຶກສາ ຊັ້ນ ມ4 ທົ່ວນະຄອນຫຼວງວຽງຈັນ ມີນັກສອບເສັງທັງໝົດ 10.424 ຄົນ, ຍິງ 5.303 ຄົນ, ກໍາມະການຍາມຫ້ອງເສັງມີ 1.117 ຄົນ, ກໍາມະການກວດບົດ 305 ຄົນ, ຈັດເປັນ 28 ສູນສອບເສັງ ຄື: ເມືອງຈັນທະບູລີ ແລະ ສັງທອງ ເມືອງລະ 1 ສູນ, ສີໂຄດຕະບອງ, ສີສັດຕະນາກ, ນາຊາຍທອງ, ຫາດຊາຍຟອງ ແລະ ປາກງື່ມ ເມືອງລະ 3 ສູນ, ໄຊເຊດຖາ 4 ສູນ ແລະ ໄຊທານີ 7 ສູນສອບເສັງ.
ທ່ານ ນາງ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ ໄດ້ຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນຈົ່ງມີສະຕິຕື່ນຕົວ ຕໍ່ຄວາມຮັບຜິດຊອບໃນບັ້ນສອບເສັງຄັ້ງນີ້ໃຫ້ດີກ່ອນເກົ່າ ແລະ ບໍ່ໃຫ້ມີບັນຫາອື່ນເກີດຂຶ້ນ, ຮັບປະກັນວ່າຄະແນນທີ່ເສັງໄດ້ແມ່ນມີຄຸນະພາບແທ້ໆ, ປ້ອງກັນບໍ່ໃຫ້ມີການລັກເອົາຄໍາຕອບເຂົ້າຫ້ອງສອບ ທີ່ເປັນປາກກົດການຫຍໍ້ທໍ້ຕ່າງໆ; ພ້ອມທັງຮຽກຮ້ອງມາຍັງຄະນະກໍາມະການທຸກສູນສອບເສັງ ຈົ່ງເພີ່ມຄວາມຮັບຜິດຊອບໃນໜ້າທີ່ວຽກງານ ໃຫ້ດີຂຶ້ນກວ່າເກົ່າ ແນໃສ່ເຮັດໃຫ້ການສອບເສັງຈົບຊັ້ນປີນີ້ໄດ້ມີຄວາມຖືກຕ້ອງ, ໂປ່ງໃສ, ເປັນທໍາ ແລະ ມີຜົນສໍາເລັດຈົບງາມ, ຮຽກຮ້ອງໃຫ້ນັກສອບເສັງທັງໝົດຈົ່ງປະຕິບັດຕົນໃຫ້ດີ, ມີລະບຽບວິໄນ, ປະຕິບັດຕາມກົດລະບຽບຂອງການສອບເສັງທີ່ກໍານົດ, ເຄັງຄັດໃນການປະຕິບັດໂມງເວລາ, ມີສະຕິໃນການເດີນທາງ, ຄໍານຶງເຖິງຄວາມປອດໄພ ຫຼີກເວັ້ນບໍ່ໃຫ້ເກີດອຸປະຕິເຫດ ຮັບປະກັນໃຫ້ທຸກຄົນໄດ້ເຂົ້າຮ່ວມສອບເສັງຈົນສຸດກົກສຸດປາຍ ແລະ ໄດ້ຮັບຜົນສໍາເລັດດ້ວຍດີ ພ້ອມນັ້ນ, ກໍຮຽກຮ້ອງມາຍັງພໍ່-ແມ່ຜູ້ປົກຄອງ, ອໍານາດການປົກຄອງທຸກພາກສ່ວນ ຈົ່ງອໍານວຍຄວາມສະດວກ ໃຫ້ກໍາລັງໃຈແກ່ລູກຫຼານທີ່ໄດ້ເຂົ້າຮ່ວມການສອບເສັງຢ່າງຄົບຖ້ວນ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

