ຈີນທຸ້ມ 30.000 ລ້ານຢວນ ຊ່ວຍສະມາຊິກອົງການຮ່ວມມືຊຽງໄຮ້

ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ສີ ຈິ້ນຜິງ ກ່າວຖະແຫລງຕໍ່ກອງປະຊຸມອົງການຮ່ວມມືຊຽງໄຮ້ (SCO) ທີ່ເມືອງເຊິງຕ່າວ ສປ ຈີນ ໃນວັນທີ 10 ມິຖຸນາວ່າ: ລັດຖະບານປັກກິ່ງໃນຖານະໜຶ່ງໃນປະເທດຜູ້ລິເລີ່ມສ້າງຕັ້ງໜ່ວຍງານການຮ່ວມມືແຫ່ງນີ້ ໄດ້ຈັດສັນງົບປະມານມູນຄ່າ 30.000 ລ້ານຢວນ ເພື່ອໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນສະມາຊິກ SCO ຕາມແນວທາງແຜນຍຸດທະສາດພັດທະນາເສດຖະກິດພາຍໃນກຸ່ມ ໂດຍນອກເໜືອຈາກຈີນແລ້ວ ສະມາຊິກອີກ 7 ປະເທດ ໄດ້ແກ່ຣັດເຊຍ, ກາຊັກສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ, ອຸດສະເບກິດສະຖານ, ອິນເດຍ ແລະ ປາກິດສະຖານ.
ຂະນະດຽວກັນ, ທ່ານ ສີ ຈິ້ນຜິງ ຍັງກ່າວວ່າ: ຈີນຄັດຄ້ານນະໂຍບາຍການຄ້າທີ່ “ເຫັນແກ່ຕົວ ແລະ ຂາດວິໄສທັດ” ພ້ອມທັງຮຽກຮ້ອງໃຫ້ປະຊາຄົມໂລກປະຕິບັດຕາມກົດລະບຽບຂອງອົງການການຄ້າໂລກ (WTO) ສະໜັບສະໜູນກົນໄກການຄ້າແບບພະຫຸພາຄີເພື່ອການເປີດກວ້າງທາງການຄ້າຕໍ່ກັນ ແລະ ໃຊ້ໂອກາດນີ້ກ່າວຕ້ອນຮັບນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ຜູ້ນຳອິນເດຍ ແລະ ປະທານາທິບໍດີ ມຳນູນ ຮຸສເຊນ ແຫ່ງປາກິດສະຖານ ເຊິ່ງເປັນສະມາຊິກໃໝ່ 2 ປະເທດຂອງ SCO ໂດຍໄດ້ຮັບການອະນຸມັດສະຖານະພາບສະມາຊິກພ້ອມກັນໃນປີຜ່ານມາ.

