ເສດຖະກິດລາວຂະຫຍາຍຕົວແຕ່ຍັງສືບຕໍ່ຂາດດູນງົບປະມານ

ເຖິງວ່າເສດຖະກິດມະຫາພາກຂອງປະເທດລາວຂະຫຍາຍຕົວຕໍ່ເນື່ອງ, ແຕ່ເມື່ອທຽບໃສ່ບັນດາປະເທດໃນພາກພື້ນເຫັນວ່າ ເສດຖະກິດຂອງປະເທດຍັງມີຄວາມບອບບາງ ແລະ ຍັງສືບຕໍຂາດດູນງົບປະມານ,ເຮັດໃຫ້ເກີດຄວາມກົດດັນຕໍ່ສະພາບຄ່ອງແລະມີຄວາມສ່ຽງຕໍ່ການຄຸ້ມຄອງເສດຖະກິດມະຫາພາກ ນີ້ແມ່ນຄຳເຫັນບາງຕອນຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ລາຍງານຕໍ່ກອງປະຊຸມສະໄຫມສາມັນເທື່ອ 5 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ພວມດຳເນີນຢູ່ນີ້, ໂດຍຊີ້ໃຫ້ເຫັນວ່າ ເສດຖະກິດມະຫາພາກ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 4 ເດືອນ ເຫັນວ່າການເຕີບໂຕທາງເສດຖະກິດ ຍັງບໍ່ທັນໜັກແໜ້ນ, ສ່ວນໃຫຍ່ຍັງອີງໃສ່ການລົງທຶນຈາກການກໍ່ສ້າງພື້ນຖານໂຄງລ່າງ, ການຂຸດຄົ້ນຊັບພະຍາກອນທໍາມະຊາດ ເຊິ່ງບັນດາຂະແໜງການເຫຼົ່ານີ້ ຍັງບໍ່ທັນໄດ້ສ້າງລາຍຮັບ ແລະ ວຽກເຮັດງານທໍາໃຫ້ແກ່ຜູ້ອອກແຮງງານລາວເທົ່າທີ່ຄວນ, ຖ້າສະພາບການຂະຫຍາຍຕົວຍັງມີຄວາມບອບບາງລັກສະນະນີ້, ການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ຄາດຄະເນໝົດປີຈະບັນລຸໄດ້ພຽງ 6,7% ຫຼຸດແຜນການທີ່ວາງໄວ້ຄື 7%. ສ່ວນສະພາບການເກັບລາຍຮັບງົບປະມານ ເຖິງວ່າຈະບໍ່ຫຼຸດແຜນການ ແຕ່ກໍຍັງບໍ່ພຽງພໍກັບລາຍຈ່າຍທັງຫມົດຂອງພາກລັດ ສະນັ້ນ ໃນ 6 ເດືອນທ້າຍປີນີ້. ລັດຖະບານຈະສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍ ສ້າງຄວາມເຕີບໃຫຍ່ທາງເສດຖະກິດ ໂດຍອີງໃສ່ກຳລັງແຮງສັງລວມທົ່ວຂົງເຂດເສດຖະກິດ-ສັງຄົມ ເພື່ອໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ ແລະ ເຕີບໃຫຍ່ຢ່າງຕໍ່ເນື່ອງ, ການພັດທະນາໂດຍລວມໄປຕາມທິດສີຂຽວ ແລະ ຍືນຍົງ, ໂດຍຈະສືບຕໍ່ພະຍາຍາມຫລຸດຜ່ອນການເອື່ອຍອີງໃສ່ຂະແໜງຊັບພະຍາກອນທຳມະຊາດ, ຫລຸດຜ່ອນການເພິ່ງພາ ແລະ ການດຸ່ນດ່ຽງງົບປະມານຈາກພາຍນອກ, ສືບຕໍ່ເຂັ້ມງວດໃນດ້ານການປະຕິບັດວິໄນແຜນການ-ການເງິນ ແລະ ເດັດຂາດບໍ່ໃຫ້ມີໂຄງການລົງທຶນນອກແຜນຂອງລັດ. ໃຊ້ມາດຕະການກະຕຸ້ນເສດຖະກິດໃຫ້ມີປະສິດທິຜົນ ຄື: ສືບຕໍ່ຊຸກຍູ້ເກັບລາຍຮັບຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ສູ່ລະບົບເອເລັກໂຕຣນິກທີ່ທັນສະໄໝຢ່າງຈິງຈັງ ເພື່ອປິດຊ່ອງຫວ່າງການຮົ່ວໄຫລຂອງລາຍຮັບງົບປະມານເທື່ອລະກ້າວ; ສົ່ງເສີມໃຫ້ພາກທຸລະກິດຖືບັນຊີ ເພື່ອສ້າງສະພາບແວດລ້ອມໃຫ້ພາກທຸລະກິດສາມາດມອບພັນທະອາກອນໃຫ້ລັດຖະບານ,ໃນເງື່ອນໄຂເຂົ້າຫາແຫລ່ງທຶນໄດ້ງ່າຍຂຶ້ນ. ທັງສົ່ງເສີມໃຫ້ຫົວໜ່ວຍທຸລະກິດ ແລະ ປະຊາຊົນຫັນມາໃຊ້ວິທີການມອບພັນທະຕ່າງໆ ດ້ວຍລະບົບໂອນເງິນຜ່ານທາງເອເລັກໂຕຣນິກທີ່ໄດ້ຮັບຜົນດີ.ໃຫ້ນັບມື້ຫລາຍຂຶ້ນ.
ການຈັດສັນຄຸ້ມຄອງການນຳໃຊ້ ແລະ ພັດທະນາທີ່ດິນກະສິກຳ, ຂະຫຍາຍການຜະລິດເປັນກຸ່ມເປັນສະຫະກອນ ຍົກປະສິດທິພາບ, ຄຸນນະພາບຂອງການຜະລິດ; ກະກຽມແຫລ່ງສິນເຊື່ອຈາກທະນາຄານນະໂຍບາຍ, ທະນາຄານສົ່ງເສີມກະສິກຳໃຫ້ຄອບຄົວຊາວກະສິກອນ ຫລື ຜູ້ປະກອບການທີ່ມີຄຸນນະພາບ. ຊຸກຍູ້ສົ່ງເສີມການລົງທຶນ ແລະ ການຜະລິດເປັນສິນຄ້າໃນຂະແໜງກະສິກຳ,ການພັດທະນາອຸດສາຫະກຳປຸງແຕ່ງກະສິກຳ, ເພື່ອຫລຸດຜ່ອນການນຳເຂົ້າ ແຕ່ສົ່ງອອກຕ່າງປະເທດໃຫ້ຫລາຍຂຶ້ນ.
ສືບຕໍ່ແກ້ໄຂໜີ້ສິນພາຍໃນທີ່ຍັງຄ້າງຊຳລະໃຫ້ແກ່ບັນດາຫົວໜ່ວຍທຸລະກິດພາຍໃນທີ່ຕິດພັນກັບການລົງທຶນຂອງລັດຖະບານ ແລະ ເປັນໂຄງການໃນແຜນທີ່ເຮັດສຳເລັດແລ້ວ 100% ຈັດສັນເຂົ້າໃນແຜນຊຳລະປະຈຳປີ ແລະ ຄົ້ນຄວ້າຊອກຫາແຫລ່ງທຶນຈາກພາຍໃນ ແລະ ພາຍນອກ ມາສະໜັບສະໜູນຕື່ມແລະສຸມໃສ່ແກ້ໄຂການອວ່າຍໜີ້ສາມແຈໃຫ້ສຳເລັດໂດຍໄວ.

