EU ກຽມເກັບພາສີນຳເຂົ້າ ສິນຄ້າອາເມລິກາເດືອນໜ້າ

ສະຫະພາບເອີຣົບ (EU) ປະກາດວ່າຈະເລີ່ມເກັບພາສີນຳເຂົ້າຕໍ່ສິນຄ້າອາເມລິການັບແຕ່ເດືອນໜ້າ ເພື່ອຕອບໂຕ້ມາດຕະການເກັບພາສີເຫລັກ ແລະ ອາລູມີນຽມຂອງປະທານາທິບໍດີ ໂດນັນ ທຣຳ.
EU ລະບຸວ່າ: ບັນຊີລາຍຊື່ສິນຄ້າອາເມລິກາທີ່ຈະຖືກເກັບພາສີຈະໄດ້ຂໍ້ສະຫລຸບພາຍໃນເດືອນນີ້ ແລະ ການເກັບພາສີໃໝ່ຈະເລີ່ມຕົ້ນໃນເດືອນໜ້າ ມີມູນຄ່າລວມ 3,4 ພັນລ້ານໂດລາສະຫະລັດ ໂດຍສິນຄ້າທີ່ຈະໄດ້ຮັບຜົນກະທົບ ລວມທັງເຫລັກ, ສິນຄ້າກະສິກຳ, ເນີຍ ແລະ ນ້ຳສົ້ມ.
ຂະນະທີ່ທ່ານ ປີເຕີ ແພຣ ສະມາຊິກຄະນະກຳມະການບໍລິຫານຂອງທະນາຄານກາງເອີຣົບ (ECB) ກ່າວວ່າ: ECB ຈະຫາລືກັນໃນອາທິດໜ້າ ກ່ຽວກັບການຖອນຕົວຈາກການຊື້ພັນທະບັດຕາມມາດຕະການຫລຸດຜ່ອນທາງປະລິມານ (ຄິວອີ).
ກ່ອນໜ້ານີ້, ECB ມີມະຕິຊື້ພັນທະບັດເດືອນລະ 3 ໝື່ນລ້ານເອີໂຣ ຈົນຮອດເດືອນກັນຍາ ເພື່ອກະຕຸ້ນເສດຖະກິດເຂດໃຊ້ເງິນເອີໂຣ. ຂະນະທີ່ມີການຄາດຄະເນວ່າ ECB ຈະຢຸດມາດຕະການຊື້ພັນທະບັດໃນທ້າຍປີນີ້. ທັງນີ້ ECB ຈະປະຊຸມກຳນົດນະໂຍບາຍການເງິນໃນວັນທີ 14 ມິຖຸນານີ້ ທີ່ເມືອງຣິກາ ປະເທດລັດເວຍ.

