ລາວທົບທວນວຽກງານໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກ

ຄະນະກຳມະການຄຸ້ມ ຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກ ຄ້າງຢູ່ ສປປ ລາວ (ຄຊກລ) ຮ່ວມກັບກົມສື່ມວນຊົນ, ກະ ຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວໄດ້ ຈັດກອງປະຊຸມສະຫລຸບວຽກງານການໂຄສະນາຜົນຮ້າຍ ຂອງລະເບີດບໍ່ທັນແຕກຂຶ້ນ ໃນວັນທີ 5 ມິຖຸນານີ້, ໂດຍ ການເປັນປະທານຂອງທ່ານ ບຸນພະນິດ ໂສມວິຈິດ ຮອງຫົວ ໜ້າຫ້ອງການ ຄຊກລ, ພ້ອມ ດ້ວຍຜູ້ຕາງໜ້າຈາກວິທະ ຍຸຈາກແຂວງຄຳມ່ວນ, ສາ ລະວັນ, ເຊກອງ, ຈຳປາສັກ, ອັດຕະປື ແລະ ວິທະຍຸກະຈາຍ ສຽງແຫ່ງຊາດເຂົ້າຮ່ວມ.

 

ພົບລະເບີດສະໄໝສົງຄາມ ໜັກ 340 ກິໂລ ຢູ່ເມືືອງບົວລະພາ

ແສງເພັດເກັບກູ້ລະເບີດ ສະໜັບສະໜູນ ນັກກິລາຫລຽນຄໍາ 100 ລ້ານກີບ

ກອງປະຊຸມໄດ້ ຮັບຟັງ ລາຍງານສະພາບການໂຄ ສະນາຜ່ານລາຍການວິທະຍຸ ຂອງແຕ່ລະທ້ອງຖິ່ນ ແລະ ໄດ້ແລກປ່ຽນບົດຮຽນເຊິ່ງ ກັນ ແລະ ກັນເພື່ອແນ ໃສ່ເຮັດ ໃຫ້ການກວດກູ້ລະເບີດບໍ່ທັນ ແຕກໃນແຕ່ລະປີໃຫ້ຫລຸດລົງ ແລະ ປະຊາຊົນມີສ່ວນຮ່ວມ ຫລາຍຂຶ້ນ ແລະ ມີຄວາມເຂົ້າ ໃຈຕໍ່ຜົນກະທົບທີ່ເກີດຂຶ້ນ ຈາກລະເບີດທີ່ບໍ່ທັນແຕກ ເພື່ອເປັນການປົກປັກຮັກສາ ຊີວິດ ແລະ ຊັບສິນຂອງປະ ຊາຊົນໃຫ້ມີຄວາມປອດໄພ, ຮັບປະກັນຕໍ່ກັບການທຳມາ ຫາກິນ, ການປະກອບອາຊີບ ເຊັ່ນ: ການຜະລິດກະສິກຳ ແລະ ອື່ນໆ.

ທ່ານ ບຸນພະນິດ ໂສມວິ ຈິດ ໃຫ້ຮູ້ວ່າ: ປະເທດລາວໄດ້ ຮັບຜົນກະທົບຮ້າຍແຮງທີ່ ສຸດຈາກລະເບີດທີ່ບໍ່ທັນແຕກ, ເຊິ່ງມີລະເບີດຖືກຖິ້ມຢູ່ ສປປ ລາວ ໃນປາງສົງຄາມເຖິງ 2 ລ້ານກວ່າໂຕນ, ໃນນັ້ນມີລູກ ລະເບີດໂບມບີ 80 ລ້ານກວ່າ ໜ່ວຍ, ໃນຊຸມປີ 2008-2016 ມີອຸປະຕິເຫດທີ່ເກີດ ຈາກລະເບີດແຕກແລ້ວ 540 ເທື່ອ, ມີຜູ້ບາດເຈັບ 643 ຄົນ ແລະ ມີຜູ້ເສຍຊີວິດເຖິງ 240 ຄົນ. ສ່ວນຫລາຍເກີດຈາກ ການຜະລິດກະສິກຳ, ການ ດັງໄຟ, ການທັບມ້າງທຳ ລາຍ, ຫລິ້ນລະເບີດ, ຕັດຫຍ້າ, ມ້າງໂບມ ແລະ ອື່ນໆ.