ທະນາຄານໂລກຄາດຄະເນ GDP ໂລກປີນີ້ເຕີບໃຫຍ່ 3,1%

ທະນາຄານໂລກ ເຜີຍແຜ່ລາຍງານ “Global Economic Prospects” ໂດຍຄາດຄະເນວ່າ: ການຂະຫຍາຍຕົວຂອງເສດຖະກິດໂລກໃນປີນີ້ມີທ່າອ່ຽງຂະຫຍາຍຕົວ 3,1% ກ່ອນຈະຫລຸດລົງມາຢູ່ 3% ໃນປີ 2019. ນອກຈາກນີ້ ທະນາຄານໂລກ ຍັງຄາດຄະເນວ່າ ເສດຖະກິດຍີ່ປຸ່ນໃນປີ 2018 ຈະຂະຫຍາຍຕົວໃນລະດັບ 1,0% ເຊິ່ງຫລຸດລົງ 0,3% ຈາກທີ່ຄາດຄະເນໄວ້ໃນເດືອນມັງກອນ ສ່ວນໜຶ່ງເປັນຜົນມາຈາກການທີ່ລາຄານ້ຳມັນໄດ້ປັບຕົວຂຶ້ນສູງກວ່າຄາດຄະເນ, ສ່ວນໃນປີ 2019 ທະນາຄານໂລກຄາດຄະເນວ່າ: ການຂະຫຍາຍຕົວຂອງເສດຖະກິດຍີ່ປຸ່ນຈະຫລຸດລົງສູ່ລະດັບ 0,8% ເຊິ່ງບໍ່ປ່ຽນແປງຈາກຕົວເລກຄາດຄະເນໃນເດືອນມັງກອນ. ຂະນະດຽວກັນ ກໍຄາດຄະເນວ່າ: ເສດຖະກິດຈະຂະຫຍາຍຕົວພຽງ 0,5% ໃນປີ 2020 ເນື່ອງຈາກລາຄານ້ຳມັນທີ່ສູງຂຶ້ນ ລວມທັງການຈ້າງວຽກທີ່ຂະຫຍາຍຕົວຊ້າລົງ ແລະ ມາດຕະການປັບຂຶ້ນພາສີການອຸປະໂພກ-ບໍລິໂພກທີ່ມີກຳນົດບັງຄັບໃຊ້ໃນທ້າຍປີ 2018.
ລາຍງານ “Global Economic Propects” ຂອງທະນາຄານໂລກ ລະບຸວ່າ: ອັດຕາເງິນເຟີ້ຂອງຍີ່ປຸ່ນຍັງຢູ່ໃນລະດັບຕໍ່າ, ຂະນະທີ່ຄ່າຈ້າງ ແລະ ການຄາດຄະເນເງິນເຟີ້ຍັງຮັກສາລະດັບເກົ່າ ສະທ້ອນໃຫ້ເຫັນວ່າ: ທະນາຄານກາງຍີ່ປຸ່ນຍັງດຳເນີນນະໂຍບາຍຫລຸດຜ່ອນການເງິນຕໍ່ໄປອີກໄລຍະໜຶ່ງ.
ລາຍງານຂອງທະນາຄານໂລກ ລະບຸວ່າ: ເສດຖະກິດທົ່ວໂລກກຳລັງຜະເຊີນຄວາມສ່ຽງຂາລົງ ໂດຍມີຄວາມເປັນໄປໄດ້ທີ່ຕະຫລາດການເງິນຈະປັ່ນປ່ວນຫລາຍຂຶ້ນ ເຊິ່ງຈະສົ່ງຜົນໃຫ້ກຸ່ມຕະຫລາດເກີດໃໝ່ ແລະ ກຸ່ມປະເທດກຳລັງພັດທະນາຜະເຊີນກັບສະພາບອ່ອນແອຫລາຍຂຶ້ນ. ນອກຈາກນີ້ ການດຳເນີນນະໂຍບາຍໃນລັກສະນະກີດກັນທາງການຄ້າທີ່ທະວີຄວາມຮຸນແຮງຂຶ້ນ ລວມທັງຄວາມບໍ່ແນ່ນອນດ້ານນະໂຍບາຍ ແລະ ຄວາມສ່ຽງດ້ານພາກພື້ນກໍເພີ່ມຂຶ້ນເຊັ່ນກັນ. ທະນາຄານໂລກລະບຸວ່າ: ຜົນການເຈລະຈາການຄ້າຍັງບໍ່ແນ່ນອນ ແລະ ມີຄວາມສ່ຽງຫລາຍຂຶ້ນທີ່ຈະນຳໄປສູ່ການບັງຄັບໃຊ້ມາດຕະການການຄ້າທີ່ເຂັ້ມງວດ ເນື່ອງຈາກອາເມລິກາປະກາດໃຊ້ມາດຕະການຮຽກເກັບພາສີນຳເຂົ້າຄັ້ງໃຫຍ່ ເຊິ່ງສົ່ງຜົນໃຫ້ປະເທດຄູ່ຄ້າລາຍໃຫຍ່ຕ່າງພາກັນອອກມາດຕະການເພື່ອຕອບໂຕ້.

