ເສັ້ນທາງຜາເມືອງ-ທ່າສີ ກໍ່ສ້າງສ້ອມແປງສຳເລັດສົມບູນແລ້ວ

ໃນ ຫລາຍປີຜ່ານມາ ພໍເຂົ້າສູ່ລະດູຝົນ ຈະເຮັດໃຫ້ ຜູ້ສັນຈອນໄປມາໃນ ເສັ້ນທາງ ລະຫວ່າງ (ປາກຊັນ- ຊຽງ ຂວາງ) ແມ່ນມີ ຄວາມຫຍຸ້ງ ຍາກ ຫລາຍ ເພາະວ່າເສັ້ນ ທາງດັ່ງກ່າວເປັນເສັ້ນທາງ ເກົ່າແກ່ເປ່ເພສຸດໂຊມມາ ຫລາຍ ແລ້ວ, ໂດຍສະເພາະ ແຕ່ເຂດບ້ານ ຜາເມືອງ-ທ່າສີ ເມືອງບໍລິຄັນ. ມາຮອດປັດ ຈຸບັນ ໂຄງການປັບປຸງສ້ອມ ແປງ ແລະ ຍົກລະດັບເສັ້ນ ທາງ ຈຸດດັ່ງກ່າວ ໄດ້ສຳເລັດ ລົງຢ່າງສົມບູນແລ້ວ ເມື່ອມໍ່ໆ ມານີ້ ອັນໄດ້ຊ່ວຍໃຫ້ການ ສັນຈອນໄປ- ມາໃນເສັ້ນ ທາງດັ່ງກ່າວສະດວກສະ ບາຍດີຂຶ້ນ ມີຄວາມຍາວ 28,77 ກິໂລແມັດ, ຕົກເປັນ ມູນຄ່າທັງໝັດ 134 ຕື້ກວ່າ ກີບ, ໂດຍງົບປະມານຂອງ ລັດຖະບານ ແລະ ກອງ ທຶນບູລະນະຮັກສາທາງ ຫລວງພາຍຫລັງ ດຳເນີນມາ ແຕ່ທ້າຍ ປີ 2015.

 

ເສັ້ນທາງຂາດລາຍ ກາຍເປັນເຫດ !

ເຈົ້າເມືອງອາດສະພອນລົງສຳຫລວດຄວາມເປັນໄປໄດ້ໃນການສ້າງເສັ້ນທາງຂ້າມສັນພູຊ້າງແຫ່

ການປັບປຸງເສັ້ນທາງ ສາຍນີ້ເພື່ອອຳນວຍ ຄວາມ ສະດວກແກ່ປະຊາຊົນສາ ມາດເດີນທາງໄປມາສະ ດວກດີຂຶ້ນໂດຍສະເພາະ ແມ່ນອຳນວຍຄວາມສະ ດວກແກ່ປະຊາຊົນທີ່ດຳ ລັງຊີວິດຢູ່ລຽບຕາມເສັ້ນ ທາງດັ່ງກ່າວ ໃຫ້ສາມາດ ປະກອບການຄ້າຂາຍ ແລະ ຕີຖອຍຄວາມທຸກຍາກລົງ ເທື່ອລະກ້າວ./.