ສະພາກາຊາດໄທມອບເຄື່ອງຊ່ວຍເຫລືອໃຫ້ອົງການກາແດງລາວມູນຄ່າກວ່າ 4 ລ້ານບາດ

ພິທີມອບ-ຮັບເຄື່ອງຊ່ວຍເຫລືອລະຫວ່າງສະພາກາຊາດໄທ ແລະ ອົງການກາແດງລາວມີມູນຄ່າທັງໝົດ 4,5 ລ້ານບາດ ຫລືປະມານ 1 ຕື້ກວ່າກີບ, ໄດ້ມີຂຶ້ນໃນວັນທີ 1 ມິຖຸນານີ້ທີ່ນະຄອນຫລວງວຽງຈັນລະຫວ່າງທ່ານ ສະວະນິດ ຄົງສິຣິ ຮອງປະທານສະພາກາຊາດໄທ ແລະ ທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ໂດຍການເຂົ້າຮ່ວມຂອງທ່ານ ແຟຣງ ຄຶນຊິ ຫົວໜ້າຫ້ອງການໂຄງການຄະນະກຳມະການກາແດງສາກົນປະຈຳລາວ.
ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບມີ: ລົດການແພດທີ່ປະກອບດ້ວຍອຸປະກອນສຸກເສີນຄົບຊຸດ ແລະ ຢາປົວພະຍາດອີກຈຳນວນໜຶ່ງ ເພື່ອເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຝ່າຍໃຫ້ມີປະສິດທິຜົນສູງຂຶ້ນ, ໂດຍສະເພາະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຂອງຄະນະນຳຂັ້ນສູງ ແລະ ວິຊາການສອງຝ່າຍ ເປັນຕົ້ນ: ວຽກງານການແພດ ແລະ ສາທາລະນະສຸກ, ການສ້າງຄວາມພ້ອມຕອບໂຕ້ ແລະ ຟື້ນຟູໄພພິບັດ, ການບໍລິການເລືອດ, ການພັດທະນາຄຸນນະພາບຊີວິດ, ການພັດທະນາອົງກອນ, ການຂົນຂວາຍ ແລະ ການຊອກຫາແຫລ່ງທຶນອື່ນໆ.
ໃນໄລຍະຜ່ານມາ, ສະພາກາຊາດໄທ ໄດ້ໃຫ້ການຊ່ວຍເຫລືອຫລາຍດ້ານເຊັ່ນ: ວຽກງານສົ່ງເສີມສຸຂະພາບຊຸມຊົນ, ໃນນັ້ນມີໂຄງການກວດ-ແຈກແວ່ນຕາໃຫ້ແກ່ນັກຮຽນຢູ່ 3 ເມືອງໃນນະຄອນຫລວງວຽງຈັນ, ຢູ່ໃນໂຮງຮຽນຈຳນວນ 140 ກວ່າແຫ່ງ ລວມມີມູນຄ່າ 91 ລ້ານກວ່າກີບ, ວຽກງານເລືອດໂດຍສະພາກາຊາດໄທໄດ້ສະໜອງອຸປະກອນການແພດຮັບໃຊ້ວຽກງານເລືອດ ເຊັ່ນ: ຖົງເຈາະເລືອດ, ນ້ຳຢາກວດວິເຄາະເລືອດ ແລະ ລົດຮັບບໍລິຈາກເລືອດເຄື່ອນທີ່ 1 ຄັນລວມມີມູນຄ່າທັງໝົດປະມານ 4,5 ລ້ານບາດ ຫລືປະມານ 1 ຕື້ກວ່າກີບ. ນອກນັ້ນ, ຍັງມີການຮ່ວມມືຊ່ວຍເຫລືອບັນເທົາທຸກ ແລະ ວຽກງານອາສາສະໝັກຊາວໜຸ່ມອີກດ້ວຍ.

