G7 ຕຳນິອາເມລິກາຂຶ້ນພາສີ

ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງຂອງກຸ່ມປະເທດອຸດສາຫະກຳຊັ້ນນຳຂອງໂລກ ຫລື G7 ຄືອາເມລິກາ, ການາດາ, ອັງກິດ, ຝຣັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ ທີ່ການາດາ ອັດລົງໃນວັນທີ 2 ມິຖຸນາ ໂດຍສະມາຊິກ G7 ຕ່າງຕຳນິອາເມລິກາທີ່ເພີ່ມພາສີນຳເຂົ້າເຫລັກ 25% ແລະ ອາລູມີນຽມ 10% ຈາກປະເທດພັນທະມິດ ທັງສະຫະພາບເອີຣົບ (EU), ການາດາ ແລະ ແມັກຊິກ ເຊິ່ງເລີ່ມມີຜົນບັງຄັບໃຊ້ໃນວັນທີ 1 ມິຖຸນາ.
ລັດຖະມົນຕີການເງິນການາດາ ຖະແຫລງວ່າ: ສະມາຊິກ G7 ອີກ 6 ປະເທດຂໍໃຫ້ທ່ານ ສະເຕີເນ ມານູຊິນ ລັດຖະມົນຕີການເງິນອາເມລິກາ ນຳຄວາມກັງວົນ ແລະ ຜິດຫວັງນີ້ໄປແຈ້ງຕໍ່ປະທານາທິບໍດີ ໂດນັນ ທຣຳ. EU ແລະ ການາດາ ຍັງຂູ່ຈະຕອບໂຕ້ໂດຍການຂຶ້ນພາສີສິນຄ້າຂອງອາເມລິກາ ແລະ ຝຣັ່ງເຕືອນວ່າ: ອາດເກີດສົງຄາມການຄ້າ ຂຶ້ນຢູ່ກັບການຕັດສິນໃຈຂອງອາເມລິກາ, ແຕ່ທ່ານ ມານູຊິນ ປະຕິເສດວ່າ: ອາເມລິກາບໍ່ໄດ້ປະຖິ້ມການເປັນຜູ້ນຳທາງເສດຖະກິດຂອງໂລກ ແຕ່ຕົນຈະນຳເອົາທ່າທີຂອງສະມາຊິກ G7 ອື່ນໆໄປແຈ້ງຕໍ່ທ່ານ ທຣຳ.
ກອງປະຊຸມຄັ້ງນີ້ຢຸດຕິລົງໂດຍບໍ່ມີຖະແຫລງການຮ່ວມໃດໆ ບົ່ງຊີ້ວ່າມີຄວາມຂັດແຍ່ງຮຸນແຮງ ແລະ ອາດຕໍ່ເນື່ອງໄປເຖິງກອງປະຊຸມສຸດຍອດຜູ້ນຳ G7 ຢູ່ການາດາໃນອາທິດໜ້າ ເຊິ່ງທ່ານ ທຣຳ ຈະໄປຮ່ວມນຳ.

