ລັດຖະບານຮ່ວມມືກັບເຄືອຂ່າຍພາກທຸລະກິດເພື່ອສົ່ງເສີມວຽກງານໂພຊະນາການ

ພິທີເປີດງານ ເຄື່ອຂ່າຍພາກທຸລະກິດ ເພື່ອສົ່ງເສີມໂພຊະນາການໃນລາວ ໄດ້ຈັດຂຶ້ນໃນວັນທີ 31 ພຶດສະພາ ນີ້, ທີ່ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ, ຊຶ່ງເຄືອຂ່າຍພາກທຸລະກິດ ແມ່ນພາກສ່ວນໜຶ່ງທີ່ສຳຄັນທີ່ ໄດ້ຮັບການສະໜັບສະໜູນຈາກ ຄະນະກຳມະການດ້ານໂພສະນາການແຫ່ງຊາດ, ອົງການອາຫານໂລກ ແລະ ສະຫະພາບເອີຣົບ ແລະ ການຊ່ວຍເຫລືອຂອງບັນດາບໍລິສັດພາຍໃນປະເທດອື່ນໆອີກ, ເພື່ອແນໃສ່ສົ່ງເສີມວຽກງານໂພສະນາການ, ລວມທັງການມີສ່ວນຮ່ວມຂອງລັດຖະບານ, ໃນການແກ້ໄຂການຂາດສານອາຫານໃນລາວໃຫ້ຫລຸດລົງເທື່ອລະກ້າວ ໃນປີ 2020.
ທ່ານ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ ໃຫ້ຮູ້ວ່າ: ປັດຈຸບັນຫລາຍພາກສ່ວນໄດ້ເຫັນເຖິງຄວາມສຳຄັນຂອງວຽກງານໂພສະນາການ, ກັບການຈະເລີນເຕີບໂຕທາງທຸລະກິດ, ຊຶ່ງເນື່ອງຈາກວ່າການຂາດສານອາຫານ ໄດ້ມີຜົນກະທົບຢ່າງຫລວງຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມ, ສະນັ້ນ ການປັບປຸງວຽກງານໂພສະນາການ ແລະ ສະພາບແວດລ້ອມໃນການເຮັດວຽກ ທີ່ດີ ຈະສົ່ງຜົນເຮັດໃຫ້ສາມາດເພີ່ມຜະລິດຕະພາບ ແລະ ເຮັດໃຫ້ເສດຖະກິດມີການເຕີບໂຕໄວຂຶ້ນ.
ຜູ້ຕາງໜ້າອົງການອາຫານໂລກ ກ່າວວ່າ: ພາກເອກະຊົນແມ່ນຄູ່ຮ່ວມງານທີ່ສຳຄັນ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ເຮັດໃຫ້ສາມາດຫລຸດພົ້ນອອກຈາກໄພອຶດຫິວ ພາຍໃນປີ 2030, ປັດຈຸບັນເຄື່ອຂ່າຍພາກທຸລະກິດເພື່ອສົ່ງເສີມໂພສະນາການ, ປະກອບມີສະມາຊິກ ຫລາຍກ່ວາ 400 ພາກສ່ວນຢູ່ໃນ 13 ປະເທດ, ເຊິ່ງມີເປົ້າໝາຍສົ່ງເສີມການຮ່ວມມືໃນຂະແຫນງການທີ່ກ່ຽວຂ້ອງຈາກຫລາຍຫລາຍພາສ່ວນທີ່ແຕກຕ່າງກັນຄື: ການຜະລິດກະສິກຳ, ການຜະລິດ ແລະ ແປຮູບອາຫານ, ການສ້າງພຶ້ນຖານໂຄງລ່າງ ແລະ ອື່ນໆ, ຊຶ່ງການຮ່ວມມືດັ່ງກ່າວແມ່ນ ເປັນຜົນດີໃຫ່ແກ່ຖະບານລາວ ເພື່ອແກ້ໄຂບັນຫາໂພສະນາການໄດ້ເປັນຢ່າງດີ.

