ພັດທະນາການຂອງລູກນ້ອຍ ເດືອນທີ 9

ພັດທະນາການຂອງລູກນ້ອຍ ເດືອນທີ 9 ມີດັ່ງນີ້
- ດ້ານສະຕິປັນຍາ ແລະ ການຮຽນຮູ້
- ຄວາມຈໍາ ແລະ ຄວາມສາມາດຂອງສະໝອງລູກພັດທະນາຂຶ້ນຫຼາຍ ຈົນບາງຄັ້ງເຂົາກໍເບື່ອກັບສະພາບແວດລ້ອມເກົ່າໆ, ການກະຕຸ້ນຊໍ້າໆໄດ້
- ດ້ານຮ່າງກາຍ ແລະ ການເຄື່ອນໄຫວ
- ຄານໄດ້ຄ່ອງຂຶ້ນ ບາງຄັ້ງອາດເຫັນລູກຄານໝຸນໄປອ້ອມຕົວ ຫຼື ຄານໄປພ້ອມກັບການຖືສິ່ງຂອງໄວ້ໃນມື
- ເດັກນ້ອຍບາງຄົນອາດລຸກຂຶ້ນຢືນໂດຍບໍ່ຕ້ອງຈັບສິ່ງໃດ ແລະ ຮູ້ຈັກນັ່ງລົງເອງ
- ກ້າມຊີ້ນເມັດນ້ອຍເຮັດວຽກດີຂຶ້ນ ເລີ່ມຈັບສິ່ງຂອງນ້ອຍໆເຊັ່ນ ກະດຸມໄດ້ແລ້ວ ແລະ ມັກໃຊ້ນິ້ວຊີ້ຈົກຕາມປ່ອງ, ຕາມຮູຕ່າງໆ
- ມັກຕົບມື ຫຼື ເອົາເຄື່ອງຫຼິ້ນມາກະທົບກັນໃຫ້ເກີດສຽງ
- ດ້ານພາສາ ແລະ ການສື່ສານ
- ລູກອາດເວົ້າຄໍາ 1-2 ພະຍາງຊໍ້າໆກັນໄດ້
- ເວົ້າຄໍາທີ່ມີຄວາມໝາຍເຊັ່ນ ມະມາ ປະປາ ໄດ້ແດ່ແລ້ວ
- ຮັບຮູ້ນໍ້າສຽງວ່າແບບໃດຄື ແມ່ກໍາລັງຮ້າຍ ແບບໃດແມ່ກໍາລັງຊົມ
- ເດັກນ້ອຍບາງຄົນອາດຟັງເຂົ້າໃຈໃນສິ່ງທີ່ຄົນເວົ້າ ແລະ ສາມາດເວົ້າຕອບກັບໄດ້ເຊັ່ນ ບໍ່ ແລະ ສາມາດເຮັດຕາມຄໍາສັ່ງງ່າຍໆໄດ້ເຊັ່ນ: ມາຫາແມ່ ຫຼື ອື່ນໆ
- ດ້ານອາລົມ ແລະ ສັງຄົມ
- ເມື່ອລູກເຂົ້າສູ່ໄວຮຽນຢືນ ແລະ ເລີ່ມປີນ ລະດັບສາຍຕາທີ່ສູງກວ່າຕອນນັ່ງ ຫຼື ນອນເຮັດໄດ້ຄົບເຊັ່ນ ດຶງສິ່ງຂອງເຂົ້າຫາໂຕ
- ມີຄວາມຮູ້ສຶກຕໍ່ເດັກນ້ອຍຫຼາຍຂຶ້ນ ເພາະເຂົາບໍ່ສາມາດຄາດເດົາຫຍັງໄດ້ ຈຶ່ງຄອຍແຕ່ເບິ່ງໝູ່ເພື່ອນ ຫຼິ້ນຢູ່ຂ້າງໆ ແລະ ອາດສະດຸ້ງຕົກໃຈເມື່ອມີອາການເຄື່ອນໄຫວຢ່າງກະທັນຫັນ ແລະ ຢູ່ໆມີສຽງດັງຂຶ້ນມາ
- ຍັງຄວບຄຸມອາລົມ ແລະ ຄວາມຄຽດບໍ່ໄດ້ ໂອກາດທີ່ຈະໄດ້ຍິນສຽງຮ້ອງໄຫ້ຈາກການຍາດເຄື່ອງຫຼິ້ນກັນຈຶ່ງເກີດຂຶ້ນໄດ້
- ສາມາດປະເມີນອາລົມຂອງຄົນອື່ນໄດ້ແດ່ ແລະ ຮູ້ວ່າຄວນຈະຫຼິ້ນງຽບໆ ຫຼື ຢູ່ໃນມຸມທີ່ປອດໄພຈາກພາຍຸອາລົມນັ້ນ
- ມັກຍິ້ມເມື່ອມີຄົນຍ້ອງ ຫຼື ຕົບມືໃຫ້ ເພາະເຂົາຮັບຮູ້ຄວາມໝາຍຂອງການກະທໍານີ້ແລ້ວວ່າ ທຸກຄົນກໍາລັງພໍໃຈໃນສິ່ງທີ່ເຂົາເຮັດ

