ຫົວພັນວາງສີລາລຶກໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ-ຫວຽດນາມ

ພິທີວາງສີລາລຶກໂຄງ ການກໍ່ສ້າງໂຮງໝໍມິດຕະ ພາບລາວ-ຫວຽດນາມ ໄດ້ ຈັດຂຶ້ນ ໃນວັນທີ 30 ພຶດສະ ພານີ້, ທີ່ເທສະບານ ແຂວງ ດັ່ງກ່າວໂດຍການເຂົ້າຮວມຂອງ ທ່ານ ວັນໄຊ ແພງຊຸມ ມາ ເຈົ້າແຂວງຫົວພັນ, ທ່ານ ວິງ ອຳນວຍການບໍລິສັດຫຸ້ນ ສ່ວນກໍ່ສ້າງ ແລະ ການຄ້າ 68 ສສ ຫວຽດນາມພ້ອມ ດ້ວຍຄະນະອຳນວຍການ ໂຮງໝໍແຂວງ.

ໂຄງການກໍ່ສ້າງໂຮງໝໍມິດຕະພາບລາວ-ຫວຽດ ນາມມີສະຖານທີ່ຕັ້ງຢູ່ໃນ ເຂດໂຮງໝໍແຂວງຫົວພັນ ໃນເນື້ອທີ່ 5 ເຮັກຕາ, ຈະ ສ້າງເປັນຕຶກອາຄານ ຮູບຊົງ ລາວ, ມີ 9 ຊັ້ນ, ໂດຍໄດ້ແບ່ງ ອອກເປັນ 2 ໄລຍະຄື: ໄລຍະ ທີ 1 ຈະກໍ່ສ້າງຕຶກອາຄານ ຫລັງໃໝ່ 9 ຊັ້ນ ແລະ ຈັດຊື້ອຸ ປະກອນ ແລະ ເຄື່ອງມືທາງ ການແພດໂດຍຈະເລີ່ມແຕ່ ປີ 2018-2019, ໄລຍະທີ 2 ຈະໄດ້ປັບປຸງ ແລະ ກໍ່ສ້າງ ພື້ນຖານໂຄງລ່າງເຊັ່ນ: ເດີ່ນ, ການສະໜອງນໍ້າ, ລະບົບໄຟ ຟ້າ, ລະບົບນໍ້າເສຍ ແລະ ສາງເກັບມ້ຽນຢາ ແມ່ນຈະ ຈັດຕັ້ງປະຕິບັດພາຍຫລັງທີ່ ໄດ້ມີການຮັບຮອງ ຜົນສຳ ເລັດຂອງວຽກງານໃນໄລ ຍະທີ 1. ລວມມູນຄ່າການ ກໍ່ສ້າງທັງໝົດຫລາຍກວ່າ 518 ຕື້ດົງຫວຽດນາມ ໃນນັ້ນມີ ທຶນຊ່ວຍເຫລືອ ລ້າ ຂອງລັດຖະບານ ສສ ຫວຽດນາມກວ່າ 514 ກວ່າຕື້ດົງ ແລະ ທຶນສົມ ທົບ ຂອງ ສປປ ລາວ ກວ່າ 3 ຕື້ ດົງ, ໂດຍແມ່ນບໍລິສັດຫຸ້ນ ສ່ວນກໍ່ສ້າງ ແລະ ການຄ້າ 68 ເປັນຜູ້ຮັບເໝົາກໍ່ສ້າງ.
ເມື່ອໂຄງການດັ່ງ ກ່າວສຳເລັດ ຈະເປັນການ ຕອບສະໜອງຄວາມຕ້ອງການຂອງສັງຄົມ, ສຳລັບ ການກວດ ແລະ ປິ່ນປົວສຸ ຂະພາບ ໃຫ້ມີຄຸນນະພາບ ແລະ ຄວາມທັນສະໄໝ ຂຶ້ນ./.

