ໄຈກາ ມອບວີ ໃຫ້ກົມປ່າໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້

ແຫລ່ງຂ່າວ ຂປລ ລາຍ ງານວ່າ: ໃນວັນທີ 29 ພຶດ ສະພານີ້, ອົງການໄຈກາ ປະ ຈຳ ສປປ ລາວ ໄດ້ມອບວີ ຈຳນວນ 1.500 ກ້ານໃຫ້ ກົມປ່າໄມ້ຂອງລາວ ເນື່ອງ ໃນໂອກາດວັນປູກໄມ້ແຫ່ງ ຊາດ ທີ 1 ມິຖຸນາ ລວມມູນ ຄ່າ 10 ກວ່າລ້ານກີບ ເຊິ່ງ ພິທີມອບ-ຮັບໄດ້ຈັດຂຶ້ນທີ່ ນະຄອນຫລວງວຽງຈັນ ລະຫວ່າງທ່ານ ໂຄຈິ ໂອຊິ ຄິຣິ ຮອງຜູ້ຕາງໜ້າອົງການ ໄຈກາປະຈຳ ສປປ ລາວ ແລະ ທ່ານ ຊູດຊາດ ໄຊຍະ ກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະຊວງກະສິກຳ ແລະ ປ່າໄມ້ ເພື່ອຊຸກຍູ້ການ ປູກຕົ້ນໄມ້ ແລະ ສະໜັບສະ ໜູນໂຄງການຜະລິດວີລາວທີ່ຮັບການຮ່ວມມືຈາກອົງ ການໄຈກາ ເຂດຊິໂກະກຸ ກັບ ແຂວງຄະກະວະ ແລະ ຄະນະ ກຳມະການບໍລິຫານໂຄງ ການຟັນແຟນ ເພື່ອສົ່ງເສີມ ໃຫ້ປະຊາຊົນທ້ອງຖິ່ນມີ ຄວາມລື້ງເຄີຍກັບການນຳ ໃຊ້ໄມ້ໄຜ່ເຂົ້າໃນການຜະລິດຕະພັນໃໝ່ໆອອກມາ ເປັນ ຕົ້ນແມ່ນການເຮັດວີທີ່ຕະ ຫລາດຍີ່ປຸ່ນມີຄວາມຕ້ອງ ການສູງ ແລະ ຈະນຳລາຍ ຮັບມາພັດທະນາຊີວິການ ເປັນຢູ່ຂອງປະຊາຊົນໃຫ້ດີ ຂຶ້ນ ແລະ ໝັ້ນຄົງ.

 

ອົງການໄຈກາປະຈຳລາວພາສື່ມວນຊົນຢ້ຽມຢາມອາສາສະໝັກຢູ່ 2 ແຂວງພາກໃຕ້

ອົງການກາແດງລາວມອບເຄື່ອງຊ່ວຍເຫລືອບ້ານຕໍເຮືອ

ໃນແຕ່ລະປີໂຄງການ ດັ່ງກ່າວໄດ້ຮັບເອົາຊາວບ້ານ ແລະ ພະນັກງານຂອງລັດ ຂອງລາວໄປເຝິກອົບຮົມວິທີ ເຮັດວີ ແລະ ການຕະຫລາດ ຢູ່ປະເທດຍີ່ປຸ່ນມາແລ້ວ ຫລາຍຊຸດຄື: ເມືອງວັງວຽງ ແລະ ເມືອງຫີນເຫີບ ແຂວງ ວຽງຈັນ ແລະ ພະນັກງານ ລັດນຳອີກ.