ອິນເດຍມີຄົນຕິດໄວຣັສນິປາ ເພີ່ມເປັນ 17 ຄົນແລ້ວ

ເຈົ້າໜ້າທີ່ສາທາລະນະສຸກອິນເດຍແຈ້ງວ່າ: ມີຜູ້ເສຍຊີວິດເພາະໄວຣັສນິປາທີ່ເຮັດໃຫ້ເປັນພະຍາດສະໝອງອັກເສບເພີ່ມອີກ 2 ຄົນໃນລັດເກຣລະ ທາງຕອນໃຕ້ຂອງປະເທດ ເຮັດໃຫ້ຈຳນວນຜູ້ເສຍຊີວິດເພີ່ມເປັນ 15 ຄົນ ຈາກຈຳນວນຜູ້ໄດ້ຮັບການຢືນຢັນວ່າຕິດເຊື້ອທັງໝົດ 17 ຄົນ.
ເຈົ້າໜ້າທີ່ເປີດເຜີຍວ່າ: ຜູ້ເສຍຊີວິດ 2 ຄົນເປັນຊາຍອາຍຸ 55 ປີ ແລະ 28 ປີ ສັນນິຖານວ່າຕິດເຊື້ອຈາກວິທະຍາໄລແພດ. ນອກຈາກນີ້ ຍັງພົບຜູ້ຕິດເຊື້ອລາຍໃໝ່ອີກ 2 ຄົນ ເຮັດໃຫ້ຮອດປັດຈຸບັນພົບຜູ້ຕິດເຊື້ອໄວຣັສນິປາໃນລັດເກຣລະທັງໝົດ 17 ຄົນ ແລະ ຍັງບໍ່ພົບການລະບາດອອກນອກລັດ, ຫລັງຈາກຫລາຍລັດຂ້າງຄຽງໄດ້ສົ່ງຕົວຢ່າງຜູ້ມີອາການຄ້າຍຕິດເຊື້ອໄວຣັສນິປາໄປກວດແລ້ວບໍ່ພົບວ່າເປັນເຊື້ອນີ້.
ທາງການອິນເດຍກຳລັງຄົ້ນຫາສາເຫດການລະບາດ, ປົກກະຕິແລ້ວພະຍາດນີ້ມີເຈຍກິນໝາກໄມ້ເປັນພາຫະ, ສັດ ແລະ ຄົນສາມາດຕິດເຊື້ອຈາກການສຳຜັດສານຄັດຫລັ່ງທີ່ມີເຊື້ອ ອາການເລີ່ມຕົ້ນຄືກັບເປັນໄຂ້ຫວັດໃຫຍ່ ຈາກນັ້ນຈະເຮັດໃຫ້ສະໝອງອັກເສບ ແລະ ເຖິງຂັ້ນເສຍຊີວິດໄດ້ ປັດຈຸບັນຍັງບໍ່ມີວັກຊິນປ້ອງກັນ.

