ການຫາລືເຈົ້າໜ້າທີ່ລະດັບສູງ ອາເມລິກາ-ສປປ ເກົາຫລີ ເປັນໄປດ້ວຍດີ

ເຈົ້າໜ້າທີ່ລະດັບສູງຂອງອາເມລິກາ ແລະ ສປປ ເກົາຫລີ ພົບປະຫາລືກັນໃນວັນທຳອິດ ກ່ຽວກັບອະນາຄົດໂຄງການນິວເຄຼຍ ສປປ ເກົາຫລີ ແລະ ຄວາມເປັນໄປໄດ້ຂອງກອງປະຊຸມສຸດຍອດລະຫວ່າງຜູ້ນຳທັງສອງຝ່າຍ.

ທ່ານ ກິມ ຢອງໂຊລ ຮອງປະທານຄະນະກຳມະການກາງພັກແຮງງານ ສປປ ເກົາຫລີ ແລະ ອະດີດຜູ້ບັນຊາການໜ່ວຍຂ່າວທະຫານ ເຊິ່ງເປັນມືຂວາຂອງທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ໄດ້ພົບປະກັບທ່ານ ໄມ ປອມເປໂອ ລັດຖະມົນຕີຕ່າງປະເທດອາເມລິກາ ຢູ່ນະຄອນນິວຢອກ ເປັນວັນທຳອິດ ແລະ ຈະພົບກັນຕໍ່ໃນວັນທີ 1 ມິຖຸນາ ເພື່ອເຈລະຈາກ່ຽວກັບອະນາຄົດໂຄງການອາວຸດນິວເຄຼຍຂອງ ສປປ ເກົາຫລີ ແລະ ຄວາມເປັນໄປໄດ້ຂອງກອງປະຊຸມສຸດຍອດລະຫວ່າງປະທານາທິບໍດີ ໂດນັນ ທຣຳ ກັບທ່ານ ກິມ ຈ໋ອງອຸນ ທີ່ຈະມີຂຶ້ນທີ່ສິງກະໂປໃນວັນທີ 12 ມິຖຸນາ.
ການເຈລະຈາລະຫວ່າງທ່ານ ກິມ ຢອງໂຊລ ແລະ ທ່ານ ປອມເປໂອ ມີຂຶ້ນລະຫວ່າງງານລ້ຽງອາຫານຄໍ່າເປັນເວລາປະມານ 90 ນາທີ ແຕ່ຍັງບໍ່ມີການເປີດເຜີຍລາຍລະອຽດ, ແຕ່ກ່ອນໜ້ານີ້ ເຈົ້າໜ້າທີ່ອາເມລິກາເຄີຍລະບຸວ່າ: ກ່ອນກອງປະຊຸມສຸດຍອດຂອງສອງຜູ້ນຳຈະມີຂຶ້ນ ສປປ ເກົາຫລີ ຈະຕ້ອງສະແດງໃຫ້ເຫັນຢ່າງຈະແຈ້ງວ່າມີຄວາມຕັ້ງໃຈໃນການຍົກເລີກໂຄງການອາວຸດນິວເຄຼຍຢ່າງຖາວອນກ່ອນ ແລະ ຫາກບໍ່ມີຄວາມຄືບໜ້າໃນເລື່ອງນີ້ ກອງປະຊຸມອາດຈະບໍ່ເກີດຂຶ້ນ.
ສຳນັກຂ່າວຢອນຮັບຂອງ ສ ເກົາຫລີ ອ້າງຄຳກ່າວຂອງລັດຖະມົນຕີກະຊວງລວມຊາດ ທີ່ລະບຸວ່າ: ເວລານີ້ ສປປ ເກົາຫລີ ກັບ ອາເມລິກາ ຍັງມີຄວາມເຫັນທີ່ແຕກຕ່າງກັນໃນເລື່ອງການຍົກເລີກໂຄງການນິວເຄຼຍ ແລະ ອາດຍາກທີ່ຈະຕົກລົງກັນໄດ້.

