ອົບຮົມການດຳເນີນຄະດີແພ່ງໃຫ້ພະນັກງານໄອຍະການ 5 ແຂວງພາກເຫນືອ

ຊຸດຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງທາງດ້ານວິຊາການໃນການຕິດຕາມກວດກາການດຳເນີນຄະດີແພ່ງ, ໃຫ້ແກ່ພະນັກງານໄອຍະການ 5 ແຂວງພາກເຫນືອຄື: ອຸດົມໄຊ, ຫົວພັນ, ຜົ້ງສາລີ, ບໍ່ແກ້ວ ແລະ ແຂວງ ຫລວງນຳທາ, ໄດ້ມີຂຶ້ນໃນວັນທີ 29 ພຶດສະພານີ້, ຢູ່ແຂວງ ອຸດົມໄຊ ໂດຍການເຂົ້າຮ່ວມຂອງທ່ານ ຮອງປະທານອົງການໄອຍະການປະຊາຊົນສູງສຸດ, ເພື່ອແນໃສ່ສ້າງຄວາມຊຳນານໃຫ້ແກ່ພະນັກງານໄອຍະການກ່ຽວກັບການ ຕິດຕາມກວດກາການດຳເນີນຄະດີແພ່ງ, ໃຫ້ມີຄວາມເລີກເຊິ່ງທາງດ້ານກົດ ໝາຍ ແລະ ຮັບປະກັນຄວາມເປັນທຳ ແລະ ເຂັ້ມງວດ.
ອົງການໄອຍະການ ປະຊາຊົນສູງສຸດ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ອົງການໄອຍະການປະຊາຊົນ ໄດ້ຮັບສຳນວນຄະດີອາຍາ ແລະ ຄະດີແພ່ງ ເປັນຂັ້ນຕົ້ນ ທັງໝົດ 30 ພັນກ່ວາເລື່ອງ, ໃນນັ້ນ ແກ້ໄຂແລ້ວ 29.707 ເລື່ອງ, ໄດ້ສັ່ງຟ້ອງຜູ້ກະທຳຜິດ ແລະ ຖະແຫຼງຂຶ້ນສານຂັ້ນຕົ້ນທັງ ໝົດ 15.855 ເລື່ອງ, ພ້ອມນັ້ນ ຍັງໄດ້ປັບປຸງກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ, ສ້າງ ນິຕິກຳລຸ່ມ ກົດໝາຍ ແລະ ຍັງໄດ້ສືບຕໍ່ພັດທະນາພື້ນຖານໂຄງລ່າງຢ່າງມີຈຸດສຸມ.

