ງານບຸນລາວທີ່ຍີ່ປຸ່ນສ້າງຄວາມປະທັບໃຈໃຫ້ແກ່ມວນຊົນເຂົ້າຮ່ວມເປັນຢ່າງດີ

ການສະແດງສິລະປະທີ່ມີຫລາກຫລາຍສີສັນຂອງສິລະປິນ ສປປ ລາວ ທີ່ດໍາເນີນໄປພ້ອມໆກັບງານວາງສະແດງການທ່ອງທ່ຽວ, ການສະແດງອາຫານເຄື່ອງດື່ມ ແລະ ການແຈກຢາຍເຄື່ອງທີ່ລະນຶກຕ່າງໆຂອງ ສປປ ລາວ, ໄດ້ສ້າງຄວາມເບີກບານມ່ວນຊື່ນ ແລະ ຄວາມປະທັບໃຈໃຫ້ແກ່ມວນຊົນຊາວຍີປຸ່ນ ແລະ ນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າຊົມເທດສະການບຸນລາວ 2018 ທີ່ໄດ້ຈັດຂຶ້ນຢູ່ນະຄອນຫລວງໂຕກຽວປະເທດຍີປຸ່ນແຕ່ວັນທີ 26-29 ພຶດສະພານີ້, ໂດຍມີທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ບໍ່ແສງຄໍາ ວົງດາລາ, ທ່ານ ອິວາໂອ ໂຮຣິອິ ຮອງລັດຖະມົນຕີກະຊວງການຕ່າງ ປະເທດຍີ່ປຸ່ນ, ທ່ານ ວີໂຣດ ສູນດາຣາ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຍີ່ປຸ່ນເຂົ້າຮ່ວມ. ງານດັ່ງກ່າວໄດ້ເລີ່ມຈັດມາຕັ້ງແຕ່ປີ 2007 ເພື່ອເຜີຍແຜ່ວັດທະນະທຳລາວໃຫ້ຊາວຍີ່ປຸ່ນ ແລະ ນັກທ່ອງທ່ຽວຕ່າງປະເທດໄດ້ຮັບຮູ້ຢ່າງກວ້າງຂວາງ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການສ້າງຄວາມເຂົ້າໃຈຊຶ່ງກັນ ແລະ ກັນຂອງປະຊາຊົນສອງຊາດ ກໍຄືເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງລາວ-ຍີ່ປຸ່ນໃຫ້ນັບມື້ສະໜິດແໜ້ນຍິ່ງຂຶ້ນ.
ໃນໂອກາດບຸນດັ່ງກ່າວ, ຍັງມີກອງປະຊຸມສໍາມະນາເພື່ອສົ່ງເສີມການທ່ອງທ່ຽວລາວ, ຊຶ່ງໃນບັນຍາກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ, ໄດ້ມີຄໍາເຫັນວ່າ: ການທ່ອງທ່ຽວຖືເປັນຂະແໜງການເສດຖະກິດໜຶ່ງທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງຢູ່ໃນບັນດາປະເທດໃນໂລກ, ໃນຊຸມປີຜ່ານມາ, ລັດຖະບານລາວ ເຫັນໄດ້ຄວາມສຳຄັນດັ່ງກ່າວ ແລະ ຖືເປັນວຽກງານບຸລິມະສິດສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນຂົງເຂດການບໍລິການທີ່ຕິດພັນກັບການ
ທ່ອງທ່ຽວ. ດ້ວຍເຫດນີ້, ສປປ ລາວ ຈຶ່ງໄດ້ເອົາໃຈໃສ່ເປີດກວ້າງການພົວພັນຮ່ວມມືກັບພາຍນອກ, ໂດຍສະເພາະແມ່ນຮ່ວມກັບບັນດາປະເທດເພື່ອນມິດໃນພາກພື້ນອາຊີ ລວມທັງຍີ່ປຸ່ນ, ເພື່ອພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງລາວໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆ, ໂດຍສະເພາະແມ່ນລັດຖະບານລາວໄດ້ຍົກເວັ້ນວີຊາເຂົ້າ ສປປ ລາວ ໃຫ້ແກ່ປະຊາຊົນຍີ່ປຸ່ນເພື່ອເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ເພື່ອອຳນວຍຄວາມສະດວກໃນການເຂົ້າມາທ່ອງທ່ຽວ ແລະ ມາດຳເນີນທຸລະກິດໃນລາວໃຫ້ນັບມື້ຫລາຍຂຶ້ນ, ຊຶ່ງປະເທດລາວມີຮີດຄອງປະເພນີ ແລະ ຂະນົບທຳນຽມຂອງປະຊາຊົນບັນດາເຜົ່າທີ່ຫລາກຫລາຍ, ມີທຳມະຊາດທີ່ສວຍງາມ ແລະ ອຸດົມສົມບູນ, ມີປູສະນີຍະສະຖານ ແລະ ແຫລ່ງທ່ອງທ່ຽວທີ່ໜ້າສົນໃຈຫລາຍແຫ່ງ ເຊັ່ນ: ເມືອງມໍລະດົກໂລກຫລວງພະບາງ, ມໍລະດົກໂລກວັດພູຈຳປາສັກ ທີ່ມີຄວາມບູຮານເກົ່າແກ່, ທົ່ງໄຫຫີນແຂວງຊຽງຂວາງ ແລະ ເຂດປ່າສະຫງວນພູຫີນໜາມໜໍ່ແຂວງຄຳມ່ວນ ທີ່ພວມຢູ່ໃນຂັ້ນຕອນຄົ້ນຄວ້າພິຈາລະນາຂອງອົງການອຸຍເນສໂກໃຫ້ເປັນມໍລະດົກໂລກຕື່ມອີກ ແລະ ເມື່ອບໍ່ດົນມານີ້, ສປປ ລາວ ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ພ້ອມກັນສະເຫລີມສະຫລອງ “ສຽງແຄນເຊື້ອຊາດລາວເປັນມໍລະດົກທາງດ້ານວັດທະນະທຳນາມມະທຳຂອງມວນມະນຸດໂລກ” ໂດຍອົງການອຸຍເນສໂກ, ອັນໄດ້ປະກອບສ່ວນສ້າງຄວາມສົນໃຈໃຫ້ແກ່ຫລາຍຄົນໃນທົ່ວໂລກຮັບຮູ້ກ່ຽວກັບ ສປປ ລາວ ຫລາຍຂຶ້ນຕື່ມອີກ.

