ປກສ ນະຄອນຫລວງວຽງຈັນ ເລັ່ງຕິດຕາມຜູ້ຮ່ວມຂະບວນການປຸ້ນທະນາຄານ 2 ແຫ່ງ ຢູ່ນະຄອນຫລວງວຽງຈັນ ມາດຳເນີນຄະດີ

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງສາມາດຈັບຜູ້ຕ້ອງສົງໃສ ກໍ່ເຫດປຸ້ນທະນາຄານ ພົງສະຫວັນສາຂາ ບ້ານພະຂາວ ແລະ ທະນາຄານສົ່ງເສີມກະສິກຳ ສາຂາທ່າງ່ອນ ເມື່ອບໍ່ດົນມານີ້, ຄື: ທ້າວ ສົມສະໜິດ ຫຼື ຕູ່ ອາຍຸ 28 ປີ, ຢູ່ບ້ານດົງ ໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຍັງຮັບສາລະພາບວ່າ: ຍັງມີຜູ້ຮ່ວມຂະບວນການກໍ່ເຫດນຳຕົນເອງອີກ, ດັ່ງນັ້ນ, ປັດຈຸບັນເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຕົວມາດຳເນີນຄະດີ.
ຕາມການຖະແຫລງຂ່າວຕໍ່ສື່ມວນຊົນຂອງທ່ານ ພັນໂທ ຈັນຫອມ ແກ້ວສຸລະໄຊ ເມື່ອບໍ່ດົນມານີ້ວ່າ: ໃນເວລາ 14:40 ໂມງ ຂອງວັນທີ 10 ເມສາ 2018 ໄດ້ມີຄົນຮ້າຍໃຊ້ປືນປຸ້ນທະນາຄານພົງສະຫວັນ ສາຂາບ້ານພະຂາວ ກວາດເອົາເງີນໄປ 80 ລ້ານກວ່າກີບ ແລະ ໃນວັນທີ 7 ພຶດສະພາ, ມີຄົນຮ້າຍໄດ້ປຸ້ນທະນາຄານສົ່ງເສີມກະສີກໍາ ສາຂາບ້ານທ່າງ່ອນ ມູນຄ່າເສຍຫາຍ 50 ລ້ານກວ່າກີບ; ເຊິ່ງທັງສອງເຫດການແມ່ນມີລັກສະນະຄ້າຍຄືກັນ, ຜູ້ກໍ່ເຫດໄດ້ນໍາໃຊ້ລົດຈັກ, ໃສ່ໝວກກັນກະທົບ ແລະ ເອົາແພປິດປາກເຂົ້າມາທະນາຄານ, ແລ້ວໃຊ້ປືນສັ້ນຈີ້ພະນັກງານໃຫ້ເອົາເງິນໃສ່ຖົງທີ່ກຽມມາ, ຈາກນັ້ນ, ກໍຂັບຂີ່ລົດຈັກຫຼົບໜີໄປ ຢ່າງວ່ອງໄວ. ຈາກເຫດການທີ່ເກີດຂຶ້ນ, ພາກສ່ວນທີ່ກ່ຽວຂ້ອງໄດ້ສົມທົບກັບເຈົ້າໜ້າທີ່ ປກສ ເມືອງໄຊທານີ ເພື່ອຊອກຫາເປົ້າໝາຍກໍ່ເຫດໃນສອງຄັ້ງຜ່ານມາ ແລະ ຜູ້ຖືກຫາໄດ້ຮັບສາລະພາບວ່າ: ໄດ້ມີໝູ່ອີກ 1 ຄົນ ຊື່ ທ້າວ ຫຼ້າ ໄດ້ຮ່ວມ ວາງແຜນປຸ້ນທະນາຄານດັ່ງກ່າວ, ໂດຍທ້າວ ຫຼ້າ ເປັນຜູ້ໄປຕິດຕາມເບິ່ງສະພາບພື້ນທີ່, ເສັ້ນທາງ, ສະຖານທີ່ບ່ອນຈະລົງມື. ພາຍຫຼັງໄດ້ຕົກລົງກັນແລ້ວ ທ້າວ ຫຼ້າ ໄດ້ນໍາເອົາລົດຈັກມາໃຫ້ເປັນພາຫະນະແລ້ວຈາກນັ້ນ, ກໍໄດ້ພາກັນຂີ່ລົດຈັກຄົນລະຄັນມຸ່ງໜ້າໄປທາງບ້ານ ເປົ້າໝາຍ ເພື່ອປຸ້ນທະນາຄານພົງສະຫວັນ, ພໍຮອດເຂດບ້ານດັ່ງກ່າວ ທ້າວ ຫຼ້າ ໄດ້ຂີ່ລົດຈັກເຂົ້າປໍ້ານໍ້າມັນແຫ່ງໜຶ່ງໃກ້ກັບທະນາຄານ. ສ່ວນ ທ້າວ ສົມສະໜິດ ໄດ້ຂີ່ລົດຈັກກາຍໄປທາງບ້ານຊ້າງຄູ້ ຈອດລົດຢູ່ແຄມທາງເພື່ອຖ້າໂອກາດລົງມື, ຈາກນັ້ນ, ທ້າວ ຫຼ້າ ຂີ່ລົດຈັກໄປຫາທັງໃຫ້ສັນຍານລົງມືປຸ້ນ ແລະ ໄດ້ຂີ່ລົດຈັກເຂົ້າໄປເສັ້ນທາງຮ່ອມໄປຈອດຢູ້ໜ້າຮ້ານຂາຍເຄື່ອງ ທໍາທ່າຖາມຊື້ນໍ້າ ແຕ່ບໍ່ຊື້. ແລ້ວຍ່າງເຂົ້າໄປທະນາຄານ ຈັບບິກ ແລະ ເຈ້ຍຖອນເງິນ ແຕ່ບໍ່ໄດ້ຂຽນຫຍັງໃສ່ ພໍໄດ້ໂອກາດ ກໍຈົກປືນຢູ່ແອວທີ່ກຽມມາຈີ້ໃສ່ຜູ້ຊາຍທີ່ຢືນຢູ່ເຄົາເຕີບ່ອນຈ່າຍເງິນ ແລະ ສາກປືນໃສ່ພະນັກງານ ພ້ອມຍື່ນຖົງທີ່ກຽມມາ ແລະ ບອກໃຫ້ເອົາເງິນໃສ່ຖົງດັ່ງກ່າວ, ຈາກນັ້ນ, ກໍຮີບຟ້າວໄປເອົາລົດຈັກທີ່ຈອດໄວ້ຫຼົບໜີໄປທາງບ້ານພະຂາວ ມຸ່ງໜ້າໄປຫ້ອງເຊົ່າຂອງ ທ້າວ ຫຼ້າ ຢູ່ບ້ານດົງປາແຫຼບ, ສ່ວນຈຳນວນເງິນທີ່ໄດ້ໄປ ບໍ່ຮູ້ວ່າມີຫຼາຍປານໃດ. ສໍາລັບການປຸ້ນທະນາຄານສົ່ງເສີມກະສິກໍາ ສາຂາທ່າງ່ອນ, ໃນວັນທີ 7 ພຶດສະພາ ນັ້ນກໍໄດ້ວາງແຜນຮ່ວມກັບທ້າວ ຫລ້າ ຢ່າງລະອຽດເຊັ່ນກັນ.

