ສະພານະຄອນຫລວງວຽງຈັນ ເປີດກອງປະຊຸມວິສາມັນພິຈາລະນາ ແລະ ຮັບຮອງບັນຫາຮີບດ່ວນ 2 ສະບັບ

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 1 ຈັດຂຶ້ນໃນວັນທີ 29 ພຶດສະພາ ນີ້, ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ມີບັນດາຮອງເຈົ້າຄອງນະຄອນຫຼວງວຽງຈັນ ສະມາຊິກປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຕະຫຼອດຮອດການນຳ ແລະ ອົງການຈັດຕັ້ງກ່ຽວຂ້ອງເຂົ້າຮ່ວມນໍາ.
ກອງປະຊຸມຄັ້ງນີ້ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນ ເພື່ອປຶກສາຫາລື ແລະ ຕົກລົງຮັບຮອງເອົາບັນຫາສຳຄັນຕໍ່ສະພາບການພັດທະນາເສດຖະກິດ ກໍ່ຄືການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະແມ່ນການສືບຕໍ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ 6 ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ, ການຈັດຕັ້ງປະຕິບັດພາລະບົດບາດໃນການເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວນະຄອນຫຼວງວຽງຈັນ ເຊິ່ງບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການກຳນົດຫົວໜ່ວຍລາຄາຊົດເຊີຍໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການເສັ້ນທາງດ່ວນນະຄອນຫຼວງວຽງຈັນຫາວັງວຽງ ແຂວງວຽງຈັນ ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍເປົ້າໝາຍສ້າງນະຄອນຫຼວງວຽງຈັນສະຫງົບສຸກໃນໄລຍະໃໝ່ ແລະ ຈະໄດ້ມີການປັບປຸງໃສ່ຂໍ້ຕົກລົງທັງ 2 ສະບັບ ໃຫ້ມີຄວາມສອດຄ່ອງກັບກົດໝາຍ ແລະ ມີເນື້ອໃນສົມບູນຄົບຖ້ວນ, ໂດຍຈະປະກາດໃຊ້ໃນທ້າຍປີນີ້.
ທ່ານ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ມີຄຳເຫັນວ່າ: ບັນດາເນື້ອໃນທີ່ນຳມາພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມຄັ້ງນີ້ແມ່ນມີຄວາມສຳຄັນ ໃນການຈັດຕັ້ງຜັນຂະຫຍາຍລັດຖະທຳມະນູນ ກົດໝາຍ ແລະ ຕິດພັນກັບການພັດທະນາ ນະຄອນຫຼວງວຽງຈັນ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

