ທ່ານ ທຣຳ ກັບມາຂຶ້ນພາສີສິນຄ້າຈີນອີກ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 29 ພຶດສະພານີ້, ທຳນຽບຂາວເຜີຍແຜ່ຖະແຫລງການຂອງປະທານາທິບໍດີ ໂດນັນ ທຣຳ ສະແດງຄວາມຫວັງວ່າການພົວພັນທາງການຄ້າລະຫວ່າງອາເມລິກາກັບຈີນຕໍ່ຈາກນີ້ “ຈະມີຄວາມເປັນທຳຫລາຍຂຶ້ນ” ແລະ “ເປັນໄປຢ່າງຖ້ອຍທີຖ້ອຍອາໄສ” ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດ.
ເຖິງຢ່າງໃດກໍຕາມ, ເນື້ອໃນຂອງຖະແຫລງການພັດລະບຸວ່າ: ມາດຕະການກຳແພງພາສີຕໍ່ລັດຖະບານປັກກິ່ງກຳລັງຢູ່ລະຫວ່າງການພິຈາລະນາ “ໃນຂັ້ນຕອນສຸດທ້າຍ” ທັງທີ່ອາທິດຜ່ານມາ ທັງສອງປະເທດຫາກໍອອກຖະແຫລງການຮ່ວມກັນ “ສະຫງົບເສິກ” ຂໍ້ຂັດແຍ່ງການຄ້າ ລວມທັງການຢຸດຂຶ້ນພາສີເຊິ່ງກັນ ແລະ ກັນໄວ້ກ່ອນ ໂດຍສຳນັກງານຄະນະຜູ້ແທນເຈລະຈາການຄ້າຂອງລັດຖະບານວໍຊິງຕັນມີກຳນົດປະກາດລາຍຊື່ສຸດທ້າຍຂອງສິນຄ້າຈີນທີ່ຕ້ອງຜະເຊີນກັບກຳແພງພາສີ ໃນວັນທີ 15 ມິຖຸນານີ້, ສ່ວນລາຍລະອຽດຂອງມາດຕະການຄວບຄຸມການລົງທຶນ ແລະ ການສົ່ງອອກຕໍ່ຈີນ ຈະມີການປະກາດໃນວັນທີ 30 ມິຖຸນາ ເພື່ອຫລຸດມູນຄ່າການຂາດດູນການຄ້າຂອງອາເມລິກາຕໍ່ຈີນ ເຊິ່ງປັດຈຸບັນມີປະມານ 375.000 ລ້ານໂດລາສະຫະລັດ.
ຂະນະທີ່ກະຊວງການຄ້າຂອງຈີນອອກຖະແຫລງການປະນາມທ່າທີດັ່ງກ່າວຂອງອາເມລິກາ ວ່າເປັນການຜິດຂໍ້ຕົກລົງປານີປານອມລະຫວ່າງກັນ ແລະ ຢືນຢັນວ່າ: ບໍ່ວ່າລັດຖະບານວໍຊິງຕັນຈະໃຊ້ມາດຕະການໃດ ຈີນພ້ອມຕອບໂຕ້ໃນລະດັບທີ່ “ສົມນ້ຳສົມເນື້ອ” ເພື່ອປົກປ້ອງຜົນປະໂຫຍດຂອງປະເທດ.

