ປະດັບຫລຽນໄຊ ແລະ ມອບໃບຍ້ອງຍໍລັດຖະບານໃຫ້ກົມກອງລວມໝູ່-ບຸກຄົນ ບໍລິສັດ ສະຕາ ໂທລະຄົມ

ໃນວັນທີ 29 ພຶດສະພານີ້, ບໍລິສັດ ສະຕາ ໂທລະຄົມ ໄດ້ຈັດພິທີປະດັບຫລຽນໄຊ ແລະ ມອບໃບຍ້ອງຍໍ ຂອງລັດຖະບານ ສປປ ລາວ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ, ເນື່ອງໃນໂອກາດວັນສ້າງຕັ້ງບໍລິສັດສະຕາ ໂທລະຄົມ ຄົບຮອບ 10 ປີ (1/4/2018-1/4/2018), ໂດຍມີ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ຫວຽນ ບາ ຮຸ່ງ ເອກອັກ ຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ແລະ ພະນັກງານຢູນິເທວເຂົ້າຮ່ວມເປັນຈໍານວນຫລາຍ.
ຫລຽນໄຊດັ່ງກ່າວ, ເປັນການຢັ້ງຍືນເຖິງຜົນງານການສູ້ຊົນບຸກບືນຂອງຢູນີເທວ, ເຊິ່ງແມ່ນໝາກຜົນແຫ່ງການຮ່ວມມືຂອງສອງພັກ-ສອງລັດ ລາວ-ຫວຽດນາມ, ເຊິ່ງໄດ້ປະດັບຫລຽນໄຊ ຊັ້ນ 2 ໃຫ້ແກ່ບໍລິສັດ ສະຕາໂທລະຄົມ, ປະດັບຫລຽນໄຊ ພິລະອາດຫານ ຊັ້ນ II ໃຫ້ 15 ສະຫາຍ, ຫລຽນໄຊພິລະອາດຫານຊັ້ນ III ໃຫ້ 42 ສະຫາຍ ໃຫ້ກຽດມອບ, ໂດຍທ່ານ ພົນໂທ ຈັນສະໝອນ ຈັນຍາລາດ. ນອກນັ້ນ, ຍັງໄດ້ມອບໃບຍ້ອງຍໍຂັ້ນກະຊວງປ້ອງກັນປະເທດ ໃຫ້ 211 ສະຫາຍ ແລະ ມອບໃບຍ້ອງຍໍກົມໃຫ່ຍການເມືອງກອງທັບ ໃຫ້ ຈຳນວນ 269 ສະຫາຍ.
ໂອກາດດັ່ງກ່າວ, ທ່ານ ກາວ ແອັງເຊີນ ຜູ້ອຳນວຍການໃຫຍ່ ບໍລິສັດສະຕາໂທລະຄົມ ໄດ້ຂຶ້ນລາຍງານ, ໂດຍຫຍໍ້ວ່າ: ບໍລິສັດ ສະຕາໂທລະຄົມ ສ້າງຕັ້ງຂຶ້ນ ໃນວັນທີ 1 ເມສາ 2008 ໂດຍການຮ່ວມທຸລະກິດ ລະຫວ່າງ ລາວເອເຊຍ ໂທລະຄົມ ແລະ ບໍລິສັດຫວຽດເທວ ໂກໂບ ໄດ້ມີການເຊັນສັນຍາຮ່ວມມື ໃນວັນທີ 25 ພະຈິກ 2017 ແລະ ເປີດນຳໃຊ້ເຄື່ອງໝາຍການຄ້າຢູນິເທວ ຢ່າງເປັນທາງການໃນວັນທີ 16 ຕຸລາ 2009 ຕະຫລອດໄລຍະ 10 ປີ ຢູນິເທວ ມີລາຍຮັບລວມ ຫລາຍກວ່າ 1,3 ຕື້ USD ແລະ ມອບອາກອນໃຫ້ລັດ 350 ລ້ານ USD, ເປັນເຄືອຂ່າຍທີ່ນອນໃນອັນດັບແຖວໜ້າ, ມີຈຳນວນເລກໝາຍຜູ້ນຳໃຊ້ມືຖື 3 ລ້ານໝາຍເລກ ຫລື ສ່ວນແບ່ງຕະຫລາດ 52%, ລະບົບພື້ນຖານໂຄງລ່າງເຕັກນິກກວ້າງໃຫ່ຍ ມີຈຳນວນສູນສະຖານີສົ່ງສັນຍານ 2G/3G/4G ຫລາຍກວ່າ 6.000 ແຫ່ງ, ເຂດປົກຄຸມສັນຍານກວມ 95% ທົ່ວປະເທດ. ນອກຈາກວຽກງານ ການຂະຫຍາຍລະບົບພື້ນຖານໂຄງລ່າງຢ່າງກວ້າງຂວາງໃນທົ່ວປະເທດແລ້ວ ວຽກງານການປະກອບສ່ວນຊ່ວຍເຫລືອສັງຄົມ ຢູນິເທວ ກໍຖືເປັນສຳຄັນຄຽງຄູ່ກັບວຽກງານດຳເນີນທຸລະກິດ ໃນໄລຍະຜ່ານມາ ຢູນິເທວ ໄດ້ສະໜັບສະໜູນຫລາຍໂຄງການ ລວມມູນຄ່າທັງໝົດ 13 ລ້ານໂດລາສະຫະລັດ ອັນພົ້ນເດັ່ນແມ່ນ ໂຄງການສະໜັບສະໜູນ ອິນເຕີເນັດລົງສູ່ໂຮງຮຽນ ຫລາຍກວ່າ 900 ແຫ່ງ ແລະ ອື່ນໆ. ພ້ອມນັ້ນ ຢູນິເທວ ຍັງໄດ້ຮັບຄວາມເຊື່ອໝັ້ນ ຈາກລັດຖະບານ ໃນການເປັນຜູ້ຈັດຕັ້ງຜັນຂະຫຍາຍບັນດາລະບົບທີ່ສຳຄັນ ເຊັ່ນ: ສະໜອງຟອນພາສາລາວ, ການສອບເສັງອອນລາຍ Olympic, ລະບົບຄຸ້ມຄອງພົນລະເມືອງ, ສະໜອງລະບົບ Core Banking ແກ່ທະນາຄານແຫ່ງ ສປປ ລາວ ອີກດ້ວຍ.

