ມາເລເຊຍຍົກເລີກໂຄງການລົດໄຟ ຄວາມໄວສູງກັບສິງກະໂປ

ນາຍົກລັດຖະມົນຕີ ມະຫາເທ ໂມຮຳໝັດ ຂອງມາເລເຊຍ ກ່າວໃນວັນທີ 28 ພຶດສະພາວ່າ: ມາເລເຊຍກຳລັງຈະຍົກເລີກໂຄງການສ້າງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ລະຫວ່າງນະຄອນຫລວງກົວລາລຳເປີກັບປະເທດສິງກະໂປ ເພື່ອຫລຸດບັນຫາໜີ້ສິນຂອງລັດຖະບານ ໂດຍຈະຫາລືກັບສິງກະໂປກ່ຽວກັບເງິນຊົດເຊີຍທີ່ມາເລເຊຍຈະຕ້ອງຈ່າຍຈາກການຍົກເລີກໂຄງການ.
ທ່ານ ມະຫາເທ ອາຍຸ 92 ປີ ກ່າວວ່າ: ການຕັດສິນໃຈດັ່ງກ່າວຖືເປັນທີ່ສຸດແລ້ວ, ແຕ່ຈະຕ້ອງໃຊ້ເວລາໃນການດຳເນີນການ ເນື່ອງຈາກມາເລເຊຍມີຂໍ້ຕົກລົງກັບສິງກະໂປເລື່ອງໂຄງການນີ້ ທີ່ນັກວິເຄາະຕີລາຄາວ່າມີມູນຄ່າປະມານ 17.000 ລ້ານໂດລາ. ປັດຈຸບັນໄດ້ດຳເນີນການເພື່ອປະມູນຫາຜູ້ຮັບເໝົາກໍ່ສ້າງ ໂດຍມີກຳນົດຈະສຳເລັດໂຄງການໃນປີ 2026. ທ່ານ ມະຫາເທ ກ່າວວ່າ: ມາເລເຊຍອາດຈະຕ້ອງຈ່າຍຄ່າເສຍຫາຍປະມານ 125,63 ລ້ານໂດລາສະຫະລັດໃຫ້ແກ່ສິງກະໂປ. ຂະນະນີ້ ລັດຖະບານສິງກະໂປຍັງບໍ່ສະແດງທ່າທີໃດໆກ່ຽວກັບການປະກາດຍົກເລີກໂຄງການນີ້ຂອງມາເລເຊຍ. ແຫລ່ງຂ່າວລະບຸວ່າ: ບໍລິສັດຈາກຈີນ, ຍີ່ປຸ່ນ, ສ ເກົາຫລີ ແລະ ເອີຣົບ ສົນໃຈຈະເຂົ້າມາດຳເນີນການກໍ່ສ້າງ, ບໍລິຫານຈັດການ ແລະ ໃຫ້ການສະໜັບສະໜູນທາງການເງິນໃນສ່ວນລົດໄຟ ແລະ ຊັບສິນກ່ຽວກັບລົດໄຟໃນໂຄງການນີ້. ທ່ານ ມະຫາເທ ຍັງກ່າວອີກວ່າ: ມາເລເຊຍກຳລັງເຈລະຈາໃໝ່ອີກກັບຜູ້ຮ່ວມລົງທຶນຈາກຈີນ ເຖິງໂຄງການເສັ້ນທາງລົດໄຟ 14.000 ລ້ານໂດລາ ທີ່ເຊື່ອມທະເລຈີນໃຕ້ ຢູ່ແຂວງຊາຍແດນທາງພາກຕາເວັນອອກຂອງໄທກັບເສັ້ນທາງຍຸດທະສາດທາງເຮືອໃນຊ່ອງແຄບມະລະກາທາງຕາເວັນຕົກ.

