ອິນໂດເນເຊຍອະນຸມັດກົດໝາຍຕ້ານ ກໍ່ການຮ້າຍໃໝ່ຫລັງໃຊ້ເດັກຮ່ວມກໍ່ລະເບີດ

ລັດຖະສະພາອິນໂດເນເຊຍມີມະຕິເປັນເອກະພາບອະນຸມັດກົດໝາຍປາບປາມການກໍ່ການຮ້າຍທີ່ເຂັ້ມງວດຂຶ້ນໃນວັນທີ 25 ພຶດສະພານີ້ ໂດຍຂະຫຍາຍເວລາຄວບຄຸມຕົວ ແລະ ໃຫ້ໜ່ວຍງານຂອງກອງທັບເຂົ້າຮ່ວມພາລະກິດຕໍ່ຕ້ານການກໍ່ການຮ້າຍ ພາຍຫລັງເຫດລະເບີດໂຈມຕີຫລ້າສຸດມີເດັກລວມຢູ່ໃນຜູ້ກໍ່ເຫດນຳ.
ກຸ່ມສິດທິວິຈານກົດໝາຍດັ່ງກ່າວວ່າບໍ່ມີຄວາມຈະແຈ້ງ ແລະ ເລັ່ງດຳເນີນນຳຕົວເຂົ້າສູ່ຂະບວນການທາງກົດໝາຍໄວເກີນໄປ. ກ່ອນໜ້ານີ້ ປະທານາທິບໍດີ ໂຈໂກ ວິໂດໂດ ຂອງອິນໂດເນເຊຍ ຂູ່ວ່າຈະປະກາດໃຊ້ຄຳສ່ັງພິເສດ ຖ້າລັດຖະສະພາບໍ່ຍອມຜ່ານຮ່າງກົດໝາຍດັ່ງກ່າວໂດຍໄວ ພາຍຫລັງທີ່ມີຂໍ້ສະເໜີໃຫ້ແກ້ໄຂກົດໝາຍເທື່ອທຳອິດຫລັງຈາກເຫດເດືອນມັງກອນ 2016 ໃນເຫດລະເບີດຂ້າຕົວຕາຍ ແລະ ການໂຈມຕີດ້ວຍອາວຸດປືນ ທີ່ນະຄອນຫລວງຈາກາຕາ, ຫລ້າສຸດຕຳຫລວດສັງຫານຜູ້ຕ້ອງສົງໄສສະມາຊິກກຸ່ມອິສລາມຕິດອາວຸດ 14 ຄົນ ແລະ ຈັບກຸມໄດ້ 60 ຄົນ ນັບແຕ່ເຫດລະເບີດຂ້າຕົວຕາຍໃນວັນທີ 13-14 ພຶດສະພາ ທີ່ເມືອງສຸຣາບາຢາ ເມືອງໃຫຍ່ອັນດັບສອງຂອງອິນໂດເນເຊຍ ເຊິ່ງຜູ້ກໍ່ເຫດເປັນຄົນໃນຄອບຄົວດຽວກັນ 2 ຄອບຄົວທີ່ມີເດັກລວມຢູ່ນຳ ໂດຍຄົນທີ່ມີອາຍຸນ້ອຍທີ່ສຸດຄື 7 ປີທີ່ຮ່ວມກໍ່ເຫດ ເຮັດໃຫ້ມີຜູ້ເສຍຊີວິດ 26 ຄົນ. ປັດຈຸບັນ ໜ່ວຍຕຳຫລວດຊຸດພິເສດມີໜ້າທີ່ໃນພາລະກິດປາບປາມການກໍ່ການຮ້າຍ, ແຕ່ກົດໝາຍສະບັບໃໝ່ຈະລວມເຖິງກຳລັງພົນຈາກກອງທັບ ເພື່ອເພີ່ມຂີດຄວາມສາມາດໃນປະຕິບັດການຂອງຕຳຫລວດ ເພື່ອປາບປາມເຄືອຂ່າຍຫົວຮຸນແຮງໃນອິນໂດເນເຊຍ.

