50 ປີບົນບົນເສັນທາງກ້າວເດີນຂອງສຳນັກຂ່າວສານປະເທດ
ເຖິງວ່າພິທີສະເຫຼີມສະຫຼອງວັນສ້າງຕັ້ງສຳນັກຂ່າວສານ ປະເທດລາວ (ຂປລ) ຄົບຮອບ 50 ປີ ( 6/1/1968-6/1/2018) ໃນຖານະອົງການຂ່າວຂອງຊາດ ໄດ້ຜ່ານໄປເມື່ອບໍ່ດົນມານີ້, ຜູ້ຂຽນໃນຖານະເພື່ອນຮ່ວມງານ ກໍໄດ້ເຂົ້າຮ່ວມງານສໍາຄັນດັ່ງກ່າວ ເຊິ່ງໄດ້ດໍາເນີນໄປດ້ວຍບັນຍາກາດທີ່ອົບອຸ່ນ, ແລະ ເປັນກັນເອງ ພາຍໃຕ້ຫົວອົກຂອງສື່ມວນຊົນ; ບັນດາຜູ້ຄົນທີ່ມາຮ່ວມສ່ວນໃຫຍ່ ກໍມີພະນັກງານແຕ່ຮຸ້ນບຸກເບີກມາເຖິງຮຸ້ນຄົນປັດຈຸບັນ ຕ່າງກໍໄດ້ທັກທາຍກັນດ້ວຍຄວາມຮັກ-ຄວາມເຄົາລົເປັນຢ່າງສຸດຊຶ້ງ ໂດຍມີທ່ານ ຈັນທີ ເດືອນສະຫວັນ ນັກຂຽນ-ນັກປະພັນ ທີ່ປຽບ ເໝືອນດັ່ງປາກກາແດງແຫ່ງການປະຕິວັດ, ອະດີດນັກຂ່າວ-ນັກບັນນາທິການ, ການນໍາ ຂປລ, ທ່ານ ບຸນເຕັງ ວົງໄຊ ອະດີດນັກຂ່າວ-ນັກບັນນາທິການ, ການນໍາ ຂປລ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ກໍຄືບັນດາທ່ານອື່ນໆທີ່ໄດ້ນໍາເອົາຄວາມສາມັກຄີ ຮັກແພງ, ນໍາເອົາຜົນງານໃນອະດີດ ແລະກຽດຊື່ສຽງ… ມາສູ່ພິທີອັນສຳຄັນ ແລະ ທີ່ປິຕິຊົມຊື່ນນີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ.
ໃນພິທີ ທ່ານ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ ຂປລ ໄດ້ກ່າວທົບທວນຄືນວ່າ: ກ່ອນໜ້ານີ້ 50 ປີ ຢູ່ເຂດທີ່ໝັ້ນເກົ່າເມືອງວຽງໄຊ, ສະເດັດເຈົ້າ ສຸພານຸວົງ ປະທານສູນກາງແນວລາວຮັກຊາດ ໄດ້ລົງນາມໃນມະຕິຕົກລົງສ້າງຕັ້ງສໍານັກງານ ຂປລ ຢ່າງເປັນທາງການ ໂດຍເຕົ້າໂຮມເອົາໜັງສືພິມແນວລາວຮັກຊາດ (ໜັງສືພິມປະຊາຊົນໃນປະຈຸບັນ), ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ ແລະກອງບັນນາທິການຂ່າວ-ຮູບພາບເຂົ້າເປັນການຈັດຕັ້ງອັນດຽວກັນ ໂດຍແມ່ນທ່ານ ສີຊະນະ ສີສານ ເປັນຜູ້ອໍານວຍການຄົນທໍາອິດ ແລະມີນັກຂ່າວຫຼາຍກ່ວາ 20 ຄົນ ໃນນີ້ມີສະ ຫາຍ ດັງກຽນ ແລະສະຫາຍ ໂດ້ເຟືອງ ຊ່ຽວຊານຈາກຫວຽດນາມ.
ຜ່ານຂະບວນວິວັດບົນເສັ້ນທາງ 50 ປີ (06/01/1968-06/01/2018), ພາຍໃຕ້ການນໍາພາຂອງພັກ ແລະສູນກາງແນວລາວຮັກຊາດໃນເມື່ອກ່ອນ, ສໍານັກ ຂປລ ໄດ້ເຄື່ອນໄຫວພາຍໃຕ້ສົງຄາມທີ່ດຸເດືອດ, ຮ້າຍກາດ ແລະຍາວນານ, ບັນດານັກຂ່າວ-ນັກຖ່າຍຮູບ ກໍຄືນັກເຕັກນິກ ລ້ວນແຕ່ປະຕິບັດໜ້າທີ່ດີທີ່ສຸດ ກາຍເປັນນັກຮົບພິລະອາດຫານທີ່ເຮັດວຽກປະຈັນບານທ່າມກາງຫ່າລະເບີດ, ລູກປືນຂອງສັດຕູ, ເຮັດວຽກບໍ່ມີກາງເວັນກາງຄືນ, ບໍ່ມີວັນພັກໃນເງື່ອນໄຂສະພາບແວດລ້ອມທີ່ຫຍຸ້ງຍາກ, ຊີວິດການເປັນຢູ່ຂາດເຂີນ, ສ່ວນໃຫຍ່ເດີນທາງດ້ວຍການຍ່າງເພື່ອໄປເອົາຂ່າວ, ຖ່າຍ ຮູບ, ແຕ່ທຸກສະຫາຍ ລ້ວນແຕ່ມີນໍ້າໃຈຮັກຊາດອັນສູງສົ່ງ, ຄຽດແຄ້ນສັດຕູ ແລະໄດ້ເດັດດ່ຽວ, ຕັດສິນໃຈເສຍສະລະ, ເຮັດວຽກບໍ່ຮູ້ອິດເມື່ອຍ ໂດຍບໍ່ຄິດໄລ່ຄ່າແຮງງານ ແລະມີຫຼາຍສະຫາຍໄດ້ສະຫຼະຊີວິດໃນການປະຕິບັດໜ້າທີ່ນັກຂ່າວ ດັ່ງທີ່ສະຫາຍ ໄຊສົງຄາມ, ສະຫາຍ ສົມຈິດ, ສະຫາຍ ບຸນຊູ ແລະສະຫາຍຄົນອື່ນໆ; ອຸທິດແກ່ພາລະກິດປົດປ່ອຍຊາດ ເປັນສິ່ງສູງສຸດ.
ທ່ານຜູ້ອໍານວຍການໃຫຍ່ ຂປລ ກ່າວຕື່ມວ່າ: ພາຍຫຼັງ ສະຖາປະນາ ສປປ ລາວ, ສໍານັກ ຂປລ ຍັງຮ່ວມກັບສື່ມວນຊົນອື່ນໆ ໄດ້ສືບຕໍ່ປະ ຕິບັດພາລະກິດທີ່ມີກຽດສະຫງ່າ ແລະໜັກໜ່ວງທີ່ພັກ, ລັດ ແລະປະຊາຊົນມອບໃຫ້ໂດຍໄດ້ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະລັດ, ຄວາມຮູ້ດ້ານເຕັກນິກ ວິຊາການ ແລະເປັນເວທີຊີ້ແຈ້ງບັນຫາຕ່າງໆໃຫ້ແກ່ສັງຄົມ ແລະສາກົນຮັບຮູ້, ໃນຂະນະດຽວກັນ ກໍໄດ້ຕອບໂຕ້ຕ້ານທຸກຖ້ອຍທໍານອງບິດເບືອນ, ໃສ່ຮ້າຍປ້າຍສີຂອງພວກອິດທິກໍາລັງປໍລະປັກ ແລະກຸ່ມຄົນບໍ່ຫວັງດີຕໍ່ລະບອບໃໝ່ ແລະນັບແຕ່ຕົ້ນຊຸມປີ 90 , ສໍານັກ ຂປລ ໄດ້ສືບຕໍ່ປັບປຸງພື້ນຖານວັດຖຸເຕັກນິກສູ່ບາດລ້ຽວໃໝ່ ໂດຍລົບລ້າງການນໍາໃຊ້ລະບົບການຮັບ-ສົ່ງຂ່າວກັບທ້ອງຖິ່ນດ້ວຍໂທລະເລກຫັນມານໍາໃຊ້ເຄື່ອງໂຟນີ ແລະໂທລະສານ; ລົບລ້າງລະບົບການຮັບ-ສົ່ງຂ່າວກັບຕ່າງປະເທດດ້ວຍເຄື່ອງໂທລະພິມ ແລະສົ່ງອອກອາກາດໃນລະບົບຄື້ນສັ້ນ ມາສູ່ການຮັບສົ່ງຂ່າວດ້ວຍລະບົບເຄືອຂ່າຍອິນເຕີເນັດ ແລະ ໄດ້ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນເງື່ອນໄຂໃໝ່ ໂດຍໄດ້ຮັບການຊີ້ນໍານໍາພາຂອງພັກ ແລະລັດຖະບານກໍ ມະຕິກົມການເມືອງສູນກາງພັກກ່ຽວກັບການເພີ່ມທະວີການນໍາພາຂອງພັກ ແລະການຄຸ້ມຄອງລັດຕໍ່ສື່ມວນຊົນໃນໄລຍະໃໝ່ ແລະແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນແຕ່ລະໄລຍະກໍຄືການຊີ້ນໍານໍາພາຂອງຄະນະນໍາກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ເຊິ່ງກາຍເປັນແນວຄິດຊີ້ນໍາ, ເປັນ ທິດທາງ ແລະແຜນການສູ້ຊົນຂອງສໍານັກ ຂປລ ຕະຫຼອດມາ ອັນໄດ້ເຮັດໃຫ້ສໍານັກ ຂປລ ຄ່ອຍໄດ້ມີການປັບປຸງ, ຍົກສູງຄຸນນະພາບ ແລະພັດທະນາດີຂຶ້ນເປັນກ້າວໆ; ມາເຖິງປັດຈຸບັນນີ້ ສໍານັກ ຂປລ ປະກອບມີ 10 ພະແນກ, ມີພະນັກງານ-ລັດຖະກອນ 89 ຄົນ ໃນນີ້ປະລິນຍາໂທ 10 ຄົນ, ປະລິນຍາຕີ 50 ຄົນ, ຊັ້ນສູງ 16 ຄົນ, ຊັ້ນກາງ 10 ຄົນ ແລະຊັ້ນຕົ້ນ 3 ຄົນ.
ປັດຈຸບັນ ສໍານັກ ຂປລ ແມ່ນໄດ້ເຄື່ອນໄຫວພາຍໃຕ້ສະພາບການ ແລະເງື່ອນໄຂທີ່ດີກ່ວາເກົ່າ, ທັງນີ້ ກໍຍ້ອນວ່າປະເທດຂອງພວກເຮົາ ໄດ້ມີຄວາມເປັນເອກະລາດ ແລະມີການພັດທະນາເສດຖະກິດ-ສັງຄົມຢູ່ໃນເງື່ອນໄຂແຫ່ງສັນຕິພາບບວກກັບການມີຖັນແຖວພະນັກງານທີ່ມີລະບົບຄົບຖ້ວນພໍສົມຄວນ ແລະທັງມີລະດັບຄວາມຮູ້-ຄວາມສາມາດສົມຄູ່ກັບໜ້າທີ່ການເມືອງໃນໄລຍະໃໝ່ ແລະມີພື້ນຖານວັດຖຸເຕັກນິກຮັບການຂະຫຍາຍ ຕົວສູ່ຄຸນນະພາບໃໝ່, ພ້ອມນັ້ນ ຍັງມີການພົວພັນຮ່ວມມືກັບສໍານັກຂ່າວສານປະເທດເພື່ອນມິດຍຸດທະສາດ ແລະຄູ່ຮ່ວມສັນຍາກໍຂະຫຍາຍວົງກ້ວາງອອກກ່ວາແຕ່ກ່ອນ ເປັນຕົ້ນພົວພັນຮ່ວມມືກັບສໍານັກຂ່າວສານຫວຽດນາມ, ສໍານັກຂ່າວສານ ຊິນຮວາ ສປ ຈີນ, ໜັງສືພິມປະຊາຊົນຈີນ, ວິທະຍຸສາ ກົນແຫ່ງປະເທດຈີນ, ສໍານັກຂ່າວ ກຽວໂດ, ສໍານັກຂ່າວຂອງ ສປປ ເກົາຫຼີ, ສ.ເກົາຫຼີ ແລະອື່ນໆ ເພື່ອສົ່ງເສີມການຮ່ວມມືຊ່ວຍເຫຼືອກັນທາງດ້ານວິຊາການ ນັບທັງການແລກປ່ຽນຂໍ້ມູນຂ່າວສານທີ່ຖືກຕ້ອງນໍາກັນ.
ໃນໂອກາດທີ່ສະຫງ່າລາສີນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຕີລາສູງຕໍ່ຄວາມບາກບັ່ນພະຍາຍາມຂອງສື່ມວນຊົນ ໂດຍສະເພາະບັນດາພະນັກງານ ແລະນັກຂ່າວສໍານັກ ຂປລ ທີ່ຍາດມາໄດ້ໃນຕະຫຼອດ 50 ປີ ຜ່ານມາ ແລະໄດ້ເຕີບໃຫຍ່ຂະຫຍາຍຕົວ ອັນໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ກໍຄືການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ ຄື: ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ; ບັນດານັກຂ່າວ, ນັກໜັງສືພິມ, ສື່ມວນຊົນ ໄດ້ເຮັດໜ້າທີ່ເປັນນັກຮົບແນວຄິດ ວັດທະນະທໍາທີ່ມີຈິດໃຈອາດຫານຜ່ານຜ່າບັ້ນຮົບຕ່າງໆທີ່ທຸລະກັນດານ, ສ່ຽງເປັນສ່ຽງຕາຍ ແລະສາມາດຍາດໄດ້ຜົນສໍາເລັດມາເປັນກ້າວໆ, ສື່ມວນຊົນມີຄວາມສໍາຄັນຫຼາຍເພາະເປັນກະ ບອກສຽງຂອງພັກ ແລະລັດຖະບານ; ສະນັ້ນ ຈົ່ງສືບຕໍ່ເປັນກະບອກສຽງທີ່ຈົ່ງຮັກພັກດີຕໍ່ພັກ ແລະລັດ, ຫັນສູ່ທັນສະໄໝ, ເປັນສື່ທີ່ໜ້າໄວ້ວາງໃຈໃນການໃຫ້ຄວາມຮູ້, ຄວາມເຂົ້າໃຈຕໍ່ປະຊາຊົນໃຫ້ຫຼາຍຂຶ້ນ.
ບົນເສັ້ນທາງເຄິ່ງສັດຕະວັດຜ່ານມານີ້, ສໍານັກ ຂປລ ໄດ້ເຄື່ອນໄຫວແລະຮັບຜົນສໍາເລັດເປັນກ້າວໆມາ ໂດຍໄດ້ໃກ້ຊິດສະໜິດແໜ້ນກັບພາລະກິດປະຕິວັດໃນແຕ່ລະໄລຍະ ແລະມູນເຊື້ອ ອັນເດັດດ່ຽວ, ບຸກບືນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການຂອງປະຊາຊົນບັນດາເຜົ່າ ພາຍໃຕ້ການ ນໍາພາຂອງພັກ; ດ້ວຍຜົນງານ ແລະຄຸນງາມຄວາມດີດັ່ງກ່າວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສໍານັກ ຂປລ ຄົບຮອບ 50 ປີ, ພັກ ແລະ ລັດຖະບານໄດ້ຕົກລົງປະດັບຫຼຽນໄຊອິດສະຫຼະຊັ້ນ I ໃຫ້ຢ່າງສົມກຽດ.
ຢືນຢູ່ຕໍ່ໜ້າສະພາບການໃໝ່, ບັນດາພະນັກງານ-ນັກຂ່າວ ສໍານັກ ຂປລ ຈະຕ້ອງສືບຕໍ່ເສີມຂະຫຍາຍໝາກຜົນ 50 ປີຂອງຕົນຂຶ້ນຢ່າງບໍ່ຢຸດຢັ້ງ, ບືນຕົວພັດທະນາໃຫ້ເທົ່າທຽມກັບສໍານັກຂ່າວຂອງພາກພື້ນ ແລະສາກົນ ດ້ວຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ສືບຕໍ່ພັດ ທະນາເວັບໄຊ ເພື່ອການເຊື່ອມໂຍງ ແລະເຊື່ອມຈອດຂໍ້ມູນຂ່າວສານກັບບັນດາຂະແໜງການກ່ຽວຂ້ອງທາງອິນເຕິເນັດໃນການສົ່ງຂ່າວ; ເກັບກໍາຂ່າວໃຫ້ໄດ້ຢ່າງວ່ອງໄວ ທັນການ; ສ້າງພື້ນຖານ ເພື່ອສ້າງຕັ້ງ ແລະພັດທະນາກອງບັນນາທິການວິດີໂອ; ສ້າງ ແລະຂະຫຍາຍຕາໜ່າງສາຂາ ຂປລ ຢູ່ທ້ອງຖິ່ນໃນທົ່ວປະເທດ; ສ້າງສາຂາ ຂປລ ຢູ່ຕ່າງປະເທດໃນບາງປະເທດທີ່ຈໍາເປັນ; ສ້າງບຸກຄະລາກອນທີ່ສາມາດວິເຄາະສະຖານະການ, ເຫດການຕ່າງໆຢ່າງຖືກຕ້ອງທັນການ ເພື່ອເປັນກໍາລັງແຮງພຽງພໍໃນການສ້າງ ແລະແນະນໍາຫາງສຽງສັງຄົມຢ່າງຖືກຕ້ອງ, ເຕົ້າໂຮມປຸກລະດົມມະຫາຊົນທົ່ວສັງຄົມສູ້ຊົນປະຕິບັດຈຸດໝາຍ ແລະທິດນໍາທີ່ພັກ-ລັດກໍານົດໄວ້; ສູ້ຊົນສ້າງໃຫ້ ຂປລ ມີພື້ນຖານເຕັກນິກທີ່ທັນສະໄໝ ພາຍໃຕ້ຄຳຂັວນ: “ຂ່າວສານຖືກຕ້ອງ ວ່ອງໄວ ກ້າວໄກ ທັນເຫດການ”; ໃນນາມສື່ມວນຊົນ ຂໍອວຍພອນໃຫ້ສໍານັກ ຂປລ ຈົ່ງເຕີບໃຫຍ່ ເຂັ້ມແຂງ ແລະສືບຕໍ່ເສີມຂະຫຍາຍພາລະກິດອົງການຂ່າວຂອງຊາດ ກາຍເປັນກະບອກສຽງອັນສໍາຄັນ ແລະແຂງແຮງຂອງພັກ, ຂອງລັດ ແລະຂອງປະຊາຊົນບັນດາເຜົ່າ.

