ຣັດເຊຍ ເຈົ້າພາບບານໂລກ 2018 ເປີດໂຕທະນະບັດພິເສດຕ້ອນຮັບ ເທດສະການບານໂລກຄັ້ງປະຫວັດສາດຂອງປະເທດ

ເມື່ອບໍ່ດົນມານີ້, ຣັດເຊຍ ເຈົ້າພາບບານໂລກ 2018 ໄດ້ເປີດໂຕທະນະບັດພິເສດໃຫ້ເຂົ້າກັບຄັ້ງປະຫວັດສາດຂອງປະເທດ ໃນການເປັນເຈົ້າພາບເທດສະການບານໂລກ 2018 ໂດຍຜະລິດທະນະບັດໃບ 100 ຣຸບ (ສະກຸນເງິນຣັດເຊຍ) ລວດລາຍໃຫມ່ ທີ່ມີສີສັນ ສັນຍາລັກບານໂລກ 2018. ດ້ານຫນຶ່ງມີຮູບເດັກນ້ອຍຜູ້ຊາຍ 1 ຄົນ ຢືນກອດບານແນມເບິ່ງ ເລັຟ ຢາຊິນ (Lev Yashin) ຕຳນານຜູ້ຮັກສາປະຕູທີມຊາດຣັດເຊຍ ຍຸກປີ 1954-1970 ກຳລັງໂດດປັດບານ, ສ່ວນອີກດ້ານເປັນລວດລາຍຂອງຂັນແຊ້ມບານໂລກ.

ທະນາຄານກາງຂອງຣັດເຊຍ ໃຫ້ຮູ້ວ່າ: ທະນະບັດພິເສດໃບ 100 ຣຸບ ຈະຜະລິດພຽງແຕ່ 20 ລ້ານໃບ ເພື່ອໃຫ້ແຟນບານ ແລະ ປະຊາຊົນໄດ້ສະສົມເກັບໄວ້ເປັນທີ່ລະນຶກ.

ສຳລັບ ບານໂລກ 2018 ທີ່ຣັດເຊຍ ຈະມີຂຶ້ນໃນວັນທີ 14 ມິຖຸນາ ຫາວັນທີ 15 ກໍລະກົດ 2018.