ສື່ຕ່າງປະເທດເດີນທາງເຖິງ ສປປ ເກົາຫລີ ແລ້ວ ເພື່ອຊົມການປິດສູນທົດລອງນິວເຄຼຍ

ຄະນະສື່ມວນຊົນປະມານ 24 ຄົນຈາກປະເທດຕາເວັນຕົກ ແລະ ອົງການເຄືອຂ່າຍຂ່າວຂອງຈີນເດີນທາງມາ ສປປ ເກົາຫລີ ໃນວັນທີ 22 ພຶດສະພານີ້ ເພື່ອຮ່ວມຕິດຕາມຊົມການປິດສູນທົດລອງນິວເຄຼຍ.
ເວັບໄຊສະໜາມບິນປັກກິ່ງລາຍງານວ່າ: ສື່ມວນຊົນຕ່າງປະເທດຈາກເອພີ, ຊີເອັນເອັນ, ຊີບີເອສ, ຣັດເຊຍທູເດ ແລະ ສື່ທາງການຈີນ ທີ່ໄດ້ຮັບເຊີນໃຫ້ຮ່ວມເປັນສັກຂີພິຍານໃນຄັ້ງນີ້ ເດີນທາງມາລົງທະບຽນຢູ່ສະໜາມບິນລະຫວ່າງປະເທດປັກກິ່ງໃນຖ້ຽວບິນສາຍການບິນແອຣໂຄຍໍ ໃນເວລາ 9:00 ໂມງຕາມເວລາທ້ອງຖິ່ນ ຫລື ເວລາ 8:00 ໂມງໃນລາວ ເຊິ່ງມີກຳນົດອອກເດີນທາງໃນເວລາ 9:48 ໂມງ. ນອກຈາກນີ້ ຍັງມີເຄືອຂ່າຍຂ່າວອີກຫລາຍແຫ່ງ ເຊິ່ງລວມທັງຣອຍເຕີທີ່ຂໍເຂົ້າຮ່ວມຕິດຕາມຂ່າວການປິດສູນທົດລອງນິວເຄຼຍ, ແຕ່ ສປປ ເກົາຫລີ ບໍ່ໄດ້ເຊີນມາ. ທັງນີ້ ທາງການ ສປປ ເກົາຫລີ ໄດ້ເຊີນຄະນະສື່ມວນຊົນຈາກຕ່າງປະເທດຈຳນວນໜຶ່ງເຂົ້າຮ່ວມເປັນສັກຂີພິຍານໃນການປິດສູນທົດລອງນິວເຄຼຍພຸງກາເຢຣີ ລະຫວ່າງວັນທີ 23-25 ພຶດສະພານີ້.

