ອີຣານບໍ່ສົນອາເມລິກາຂວ້ຳບາດຮຸນແຮງ

ເວັບໄຊຂອງທຳນຽບປະທານາທິບໍດີອີຣານ ເປີດເຜີຍວ່າ: ທ່ານ ຮຳຊັນ ຣູຮານີ ປະທານາທິບໍດີອີຣານ ບໍ່ໃຫ້ຄວາມສົນໃຈຕໍ່ຄຳຂູ່ຈາກອາເມລິກາ ທີ່ວ່າຈະໃຊ້ “ມາດຕະການຂວ້ຳບາດທີ່ຮຸນແຮງທີ່ສຸດ” ຕໍ່ອີຣານ ໂດຍທ່ານ ຣູຮານີ ກ່າວວ່າ: ອາເມລິກາບໍ່ມີສິດຕັດສິນໃຈແທນອີຣານ ຫລື ປະເທດຕ່າງໆທົ່ວໂລກທີ່ມີເອກະລາດເປັນຂອງຕົນເອງ.
ນອກຈາກນີ້, ປະທານາທິບໍດີອີຣານ ຍັງຮຽກຮ້ອງປະເທດອາຣັບໃຫ້ສາມັກຄີກັນເປັນໜຶ່ງດຽວກັນ ໃນການຕໍ່ສູ້ກັບແຮງກົດດັນຈາກອາເມລິກາ ເຊິ່ງຄຳຖະແຫລງຂອງປະທານາທິບໍດີອີຣານ ມີຂຶ້ນຫລັງຈາກທ່ານ ໄມ ປອມເປໂອ ລັດຖະມົນຕີຕ່າງປະເທດອາເມລິກາ ຮຽກຮ້ອງໃຫ້ອີຣານຢຸດໂຄງການນິວເຄຼຍ, ພ້ອມກັບຂູ່ວ່າ: ອາເມລິກາຈະຂວ້ຳບາດອີຣານອີຣານໃນລະດັບທີ່ຮຸນແຮງຫລາຍທີ່ສຸດໃນປະຫວັດສາດ ນອກຈາກວ່າອີຣານຈະຍອມເຮັດຕາມຂໍ້ຮຽກຮ້ອງດັ່ງກ່າວ.
ທັງນີ້, ທ່ານ ປອມເປໂອ ກ່າວວ່າ: ອາເມລິກາຈະກົດດັນອີຣານທາງດ້ານການເງິນແບບທີ່ບໍ່ເຄີຍເຫັນມາກ່ອນ ແລະ ນີ້ເປັນພຽງມາດຕະການທຳອິດຂອງອີກຫລາຍມາດຕະການທີ່ຈະຕາມມາ.
ນອກຈາກນີ້, ທ່ານ ປອມເປໂອ ຍັງກົດດັນໃຫ້ອີຣານອະນຸຍາດໃຫ້ສຳນັກງານພະລັງງານປະລະມານູສາກົນ (IAEA) ເຂົ້າເຖິງສະຖານທີ່ຕ່າງໆທົ່ວປະເທດທີ່ມີຄວາມກ່ຽວຂ້ອງກັບໂຄງການນິວເຄຼຍ, ຢຸດການສະໜັບສະໜູນກຸ່ມກໍ່ການຮ້າຍ, ຍົກເລີກໂຄງການລູກສອນໄຟ ລວມທັງປ່ອຍຕົວຊາວອາເມລິກາ ແລະ ຊາວຕ່າງຊາດທີ່ຖືກຄວບຄຸມຕົວໃນອີຣານ.

