ມອບ-ຮັບໂຄງການກໍ່ສ້າງ ບ້ານຈັດສັນໃຫ້ປະຊາຊົນເມືອງງອຍ

ພິທີມອບ-ຮັບໂຄງການກໍ່ສ້າງບ້ານຈັດສັນ ໃຫ້ປະ ຊາຊົນບ້ານຫາດຂາມ ເມືອງ ງອຍ ແຂວງຫລວງ ພະບາງ ທີ່ຖືກຜົນກະທົບຈາກກໍ່ໂຄງ ການສ້າງເຂື່ອນໄຟຟ້ານໍ້າອູ 3 ໄດ້ມີຂຶ້ນ ເມື່ອບໍ່ດົນມານີ້, ລະຫວ່າງ ທ່ານ ລັດຕະນະໄຊ ຄຳສີດາ ເຈົ້າເມືອງງອຍ, ທ່ານ ຈັນທະວົງ ຜົນນະຈິດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ວມ ແລະ ຫົວໜ້າ ບໍລິສັດ ຮັບເໝົາກໍ່ສ້າງ, ເຄື່ອນນໍ້າອູ 3.

 

ທ່ານ ເພັດສະລິນ ມະນີ ຈິດ ປະທານບໍລິສັດ ດີເອັມ ດີພັດທະນາ ຈຳກັດ ໄດ້ໃຫ້ ຮູ້ວ່າ: ໂຄງການດັ່ງກ່າວ ໄດ້ ລົງມືກໍ່ສ້າງມາແຕ່ກາງ ເດືອນ ທັນວາ 2017 ມີ ເນື້ອທີ່ດິນ ທັງໝົດ 6 ເຮັກຕາ, ໃນນີ້ໄດ້ ບຸກເບີກ ເຮັດ ບ້ານຈັດສັນ 3,5 ເຮັກຕາ ແລະ ໃນນັ້ນ ໄດ້ກໍ່ສ້າງໂຄງລ່າງພື້ນຖານ ແລະ ອາຄານ ສາທາລະນະ ປະກອບມີ: 71 ຫລັງຄາ ເຮືອນ, ແຜນຜັງລວມຂອງ ບ້ານ, ສ້າງເສັ້ນທາງເຂົ້າ ບ້ານມີຄວາມຍາວ 1.600 ແມັດ, ເສັ້ນທາງໃນບ້ານມີ ຄວາມຍາວ 800 ແມັດກໍ່ ສ້າງນ້ຳລິນ ມີຄວາມຍາວ 6.000 ແມັດ, ຕິດຕັ້ງ ໝໍ້ແປງ ແລະ ດຶງສາຍສົ່ງໄຟຟ້າ 0,4 ກິໂລໂວນຍາວ 2.109 ແມັດ ເຂົ້າເຮືອນ, ກໍ່ສ້າງຫ້ອງການ ບ້ານ, ສຸກສາລາ, ໂຮງຮຽນ ປະຖົມ ແລະ ກໍ່ສ້າງວັດ ປະ ຈຳບ້ານ ເພື່ອຄວາມສະດວກ ຂອງປະຊາຊົນ, ພ້ອມແຕ່ລະ ຄອບຄົວໄດ້ຮັບເນື້ອທີ່ສວນ ຄົວຕື່ມອີກ.

ທ່ານ ເຈົ້າເມືອງງອຍ ໄດ້ ເນັ້ນໃຫ້ປະຊາຊົນພາຍໃນ ບ້ານເອົາໃຈໃສ່ປົກປັກຮັກສາ ທີ່ຢູ່ອາໃສເຊັ່ນ: ເຮືອນຢູ່, ໂຮງ ຮຽນ, ສຸກສາລາ ແລະ ວັດ ໃຫ້ເກີດຜົນປະໂຫຍດສູງ ສຸດ ແລະ ນຳໃຊ້ໄດ້ຍາວ ນານ, ຊຸກຍູ້ສົ່ງເສີມລູກ ຫຼານໄປເຂົ້າໂຮງຮຽນໃຫ້ທົ່ວເຖິງ ພ້ອມທັງສະເໜີ ໃຫ້ທາງບໍລິສັດ ສືບຕໍ່ສ້າງ ຄູກັນເຈືອນ ແລະ ປັບປຸງ ຮ່ອງລະບາຍນ້ຳ ໃຫ້ຮັບປະ ກັນດີຂຶ້ນ./.