ອິເນສຕ້າ ຢັນ ບາຊາ ຢູ່ໃນໃຈຕະຫລອດການ

ອັນເດສ ອິເນສຕ້າ ກັບຕັນທີມຄົນເກັ່ງຂອງ ບາເຊໂລນາ ທີມແຊ້ມແຫ່ງ ລາລີກາ ສະເປນ ອອກມາລະບຸວ່າ: ສະໂມສອນຍັກໃຫຍ່ແຫ່ງແຄວ້ນກາຕາລຸນຢາ ລວມທັງແຟນບານທຸກຄົນ ຈະຢູ່ໃນໃຈຂອງລາວໄປຕະຫລອດການ ຫລັງດາວເຕະອາຍຸ 34 ປີ ລົງຫລິ້ນເກມສຸດທ້າຍໃນສີເສື້ອ ບາຊາ ດ້ວຍການພາທີມເປີດບ້ານແຄ້ມນູ ເອົາຊະນະ ເຣອັນ ໂຊເຊຍດາດ 1-0 ໃນເກມນັດປິດລະດູການ ໃນວັນທີ 20 ພຶດສະພາ ກ່ອນທີ່ລາວຈະອຳລາສະໂມສອນທີ່ລາວຢູ່ມາຢ່າງຍາວນານເຖິງ 22 ປີ ຫລັງຈົບລະດູການນີ້.
ອິເນສຕ້າ ກ່າວທັງນ້ຳຕາ ອຳລາແຟນບານກາງສະໜາມຫລັງຈົບເກມໃນວັນທີ 20 ພຶດສະພາ ໂດຍລະບຸວ່າ: ຂ້ອຍຈະກ້າວຕໍ່ໄປໂດຍທີ່ມີພວກເຈົ້າທຸກຄົນຢູ່ໃນຫົວໃຈໄປຕະຫລອດການ, ມັນເປັນໄລຍະເວລາ 22 ປີທີ່ດີທີ່ສຸດ.

