ໄດ້ແລ້ວຜູ້ຊະນະເລີດການແຂ່ງຂັນເວົ້າພາສາຈີນຄັ້ງທີ 13 ເພື່ອຈະໄປຮ່ວມແຂ່ງຂັນຢູ່ແຂວງຫູໜານ

ໄດ້ແລ້ວຜູ້ຊະນະເລີດ ການແຂ່ງ ຂັນເວົ້າພາສາຈີນ ຄັ້ງທີ 13, ເຊິ່ງຈັດຂຶ້ນໃນວັນ ທີ 18 ພຶດສະພານີ້, ທີ່ມະຫາ ວິທະຍາໄລແຫ່ງຊາດ, ໃນນະ ຄອນຫລວງວຽງຈັນ ເພື່ອ ຄັດເລືອກເອົາຕົວແທນນັກ ສຶກສາລາວຈຳນວນ 12 ຄົນ ເຂົ້າຮ່ວມແຂ່ງຂັນພາສາຈີນ, ສຳລັບນັກສຶກສາມະຫາວິ ທະຍາໄລທົ່ວໂລກ ເປັນຄັ້ງທີ 17, ທີ່ຈະຈັດຂຶ້ນຢູ່ແຂວງຫູ ໜານ ສປ ຈີນ ໃນມໍ່ໆນີ້, ພາຍ ໃຕ້ຫົວຂໍ້ “ ໜຶ່ງໂລກໜຶ່ງ ຄອບຄົວ”

 

ລາວ ກຽມຈັດການແຂ່ງຂັນແຈັດສະກີ້ນາໆຊາດຄັ້ງທໍາອິດ

ຜູ້ຊະນະການແຂ່ງຂັນພາສາອັງກິດສ່ວນຫລາຍມາຈາກໂຮງຮຽນແສງດາລາ

ຜູ້ຊະນະເລີດການແຂ່ງ ຂັນດັ່ງກ່າວ ໄດ້ແກ່ທ້າວ ບົວ ພັນ ຢ່າຈົງຕູູ້, ໂດຍແມ່ນນັກ ສຶກສາຈາກສະຖາບັນຂົງຈື, ຮອງຊະນະເລີດເລີດໄດ້ແກ່ ທ້າວ ບຸນດີ ຄໍປົວຢາງ ແລະ ທ້າວ ສົມປາຖະໜາ, ສ່ວນ ຮອງລົງມາແມ່ນ ທ້າວ ສຸກ ສະຫວາດ ເທບພະວົງ ແລະ ນາງ ຈັນປີງ ທຳມະໂນໄຊ ລາງວັນຂວັນໃຈມວນຊົນ, ສ່ວນ ນາງ ເຢຍຢາງ ໄດ້ຮັບ ລາງວັນການສະແດງດີເດັ່ນ ການແຂ່ງຂັນທີ່ແບ່ງອອກ ເປັນ 3 ພາກຄື: ການກ່າວ ປາຖະກະຖາ, ການຖາມ- ຕອບ ບັນຫາຕ່າງໆ ແລະ ການສະແດງສິລະປະ, ໂດຍ ແມ່ນຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສະຖານທູດ ສປ ຈີນ ປະຈຳລາວ ເປັນຜູ້ຈັດຂຶ້ນ.
ທ່ານ ອາລຸນ ສີລັດຕະ ນະກຸນ ການຄະນະອັກສອນ ສາດມະຫາວິທະຍາໄລດັ່ງ ກ່າວ ໃຫ້ຮູ້ວ່າ: ຄະນະອັກ ສອນສາດ ໄດ້ເລີ່ມສິດສອນ ພາສາຈີນ ມາແຕ່ປີ 2003 ແລະ ຮອດປີ 2006 ໄດ້ສົ່ງ ນັກສຶກສາຂອງຕົນ ເຂົ້າຮ່ວມ ແຂ່ງຂັນພາສາຈີນສຳລັບ ນັກສຶກສາມະຫາວິທະຍາ ໄລ ໃນທົ່ວໂລກ ເປັນຄັ້ງທຳອິດ ແລະ ສາມາດຍາດໄດ້ລາງ ວັນອັນດັບ 3 ແລະ ຕໍ່ມາປີ 2007, 2008, 2010 ແລະ 2017 ກໍໄດ້ສົ່ງເຂົ້າຮ່ວມ ແຂ່ງຂັນ ແລະ ກໍສາມາດ ຍາດໄດ້ອັນດັບ 3 ຕິດຕໍ່ກັນ ແລະ ຫວັງວ່າໃນການແຂ່ງ ຂັນປີນີ້ ລາວເຮົາກໍຈະສາ ມາດຍາດໄດ້ລາງວັນທີ່ດີ ຂຶ້ນ ກວ່າເກົ່າ.

ທ່ານ ທູດຫົງ ຫົງຈຽງ ກ່າວວ່າ: ເລີ່ມຈັດການແຂ່ງ ຂັນຂົວພາສາຈີນຄັ້ງທຳອິດ ໃນປີ 2.000, ເຊິ່ງມີນັກສຶກ ສາທີ່ດີເດັ່ນ 5.000 ກວ່າ ຄົນໃນໂລກເຂົ້າຮ່ວມການ ແຂ່ງອັນໄດ້ກາຍເປັນຂົວ ຕໍ່ແຫ່ງວັດທະນະທຳໄມຕີຈິດ ມິດຕະພາບ ແລະ ຄວາມຮັກ ແພງລະຫວ່າງຊາວໜຸ່ມຈີນ ກັບບັນດາປະເທດທົ່ວໂລກ, ໄດ້ກາຍເປັນຍີ່ຫໍ້ທີ່ມີສີສັນພິ ເສດ ສຳລັບການແລກປ່ຽນ ພາສາ ແລະ ວັດທະນະທຳ.
ຫົວຂໍ້ຂອງການແຂ່ງຂັນ ຄັ້ງນີ້, ແມ່ນທົ່ວໂລກເປັນ ຄອບຄົວດຽວກັນ, ເຊິ່ງຄຳ ວ່າ ທົ່ວໂລກເປັນຄອບຄົວ ດຽວກັນ ແມ່ນອອກມາຈາກ ປຶ້ມ ຫລີຈີ້ ຂອງຈີນ, ມັນເປັນ ແນວຄິດຂອງຂົງຈື ທີ່ວ່າ ທົ່ວໂລກລ້ວນແຕ່ເປັນອ້າຍ ນ້ອງດຽວກັນ./.