ຈີນຊ່ວຍຝຶກອົບຮົມການຕ້ານອາດຊະຍາກຳຜ່ານອິນເຕີເນັດແກ່ເຈົ້າໜ້າທີ່ລາວ

ເພື່ອເປັນການຊຸກຍູ້ ແລະ ແລກປ່ຽນການຮ່ວມມື ລະຫວ່າງອົງການຈັດຕັ້ງປະຕິບັດກົດໝາຍຂອງ ສປປ ລາວ ແລະ ສປ ຈີນ ໃນການຈັດຕັ້ງປະຕິບັດກົດໝາຍ ອາຊະຍາກຳຜ່ານອິນເຕີເນັດ ດັ່ງນັ້ນ, ໃນວັນທີ 14-23 ພຶດສະພາ ນີ້, ຢູ່ ມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຈີນ, ໄດ້ເປີດຊຸດຝຶກອົບຮົມກ່ຽວກັບການຕ້ານອາດຊະຍາກຳ ຜ່ານອິນເຕີເນັດໃຫ້ເຈົ້າໜ້າທີ່ລາວ, ຊຶ່ງມີນັກສຳມະນາ ກອນຈາກກະປ້ອງກັນຄວາມສະຫງົບ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ເຂົ້າຮ່ວມ 24 ຄົນ.
ການຝຶກອົບຮົມໃນຄັ້ງນີ້ ແມ່ນແນໃສ່ເພີ່ມທະວີຕ້ານອາຊະຍາກຳຕົວະຍົວະ, ຫຼອກລວງ ຜ່ານໂທລະຄົມມະນາຄົມ ແລະອິນເຕີເນັດ ອັນກໍ່ໃຫ້ເກີດຜົນເສຍຫາຍຢ່າງຫຼວງຫຼາຍ. ຊຶ່ງຈະໄດ້ລົງເລິກ ຫຼັກສູດວິຊາສະເພາະ, ທັງຈະໄດ້ແລກປ່ຽນຄຳຄິດຄຳເຫັນ, ແລກປ່ຽນການທັດສະນະສຶກສາ ດ້ານວັດທະນາທຳ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ພ້ອມນັ້ນ ຍັງຈະ ໄດ້ລົງພາກສະໜາມຕົວຈິງຢູ່ ສປ ຈີນ ນຳອີກ.
ທ່ານ ນາງ ຊີ ເຢັ້ນ ລີ້, ກຳມະການອົງຄະນະພັກມະຫາວິທະຍາໄລ, ຮອງອະທິການບໍດີກ່າວວ່າ: ໃນຊຸມປີທີຜ່ານມາ, ສາຍພົວພັນສອງຊາດ ລາວ-ຈີນ ໄດ້ມີການ ຂະຫຍາຍຕົວດ້ວຍດີ, ການຮ່ວມມືສອງຝ່າຍໄດ້ສືບຕໍ່ຈັດຕັ້ງລົງເລິກຫຼາຍຂຶ້ນເປັນຕົ້ນແມ່ນ ການຮ່ວມມືດ້ານການປ້ອງກັນຄວາມສະຫງົບຕາມຊາຍແດນ, ການ ຈັດຕັ້ງປະຕິບັດກົດໝາຍຕາມລ້ອງແມ່ນ້ຳຂອງ ແລະ ອຶ່ນໆ, ໃນການຈັດຊຸດຝຶກອົບຮົມໃນຄັ້ງນີ້ກໍ່ແມ່ນການປະກອບສ່ວນເຂົ້າ ໃນການເພີ່ມທະວີການຮ່ວມມືສອງ ຝ່າຍແລະ ທັງເປັນພື້ນຖານອັນໜັກແໜ້ນໃນການຊຸກຍູ້ ໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນອີກດ້ວຍ.

