ແຂວງຫົວພັນເລັ່ງປັບປຸງສະຖານທີ່ທ່ອງທ່ຽວ ເພື່ອຮອງຮັບປີທ່ອງທ່ຽວລາວ

ພະແນກຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຫົວພັນ ໃຫ້ຮູ້ວ່າ: ໃນປີຜ່ານມາ, ແຂວງຫົວພັນໄດ້ສຳຫລວດຂື້ນບັນຊີແຫລ່ງທ່ອງທ່ຽວ ໄດ້ 152 ແຫ່ງ, ໃນນີ້ມີ ແຫລ່ງທ່ອງທ່ຽວທາງທໍາ ມະຊາດ 51 ແຫ່ງ, ແຫລ່ງ ທ່ອງທ່ຽວວັດທະນະທຳ 35 ແຫ່ງ ແລະ ແຫລ່ງທ່ອງທ່ຽວ ປະຫວັດສາດ 66 ແຫ່ງ, ເປີດນຳໃຊ້ແລ້ວ 54 ແຫ່ງ. ໂດຍເຫັນໄດ້ຄວາມສຳຄັນ ແລະ ທ່າແຮງຂອງການ ທ່ອງທ່ຽວນັ້ນ, ລັດຖະບານ ໄດ້ມີນະໂຍບາຍຊຸກຍູ້ສົ່ງ ເສີມ ແລະ ລົງທຶນພັດທະນາ ແຫລ່ງທ່ອງທີ່ສຳຄັນຈຳ ນວນໜຶ່ງ ເປັນຕົ້ນຖໍ້າປະ ຫວັດສາດທ່ານຜູ້ນຳ ມີເມືອງ ວຽງໄຊ ແລະ ບູລະນະສ້ອມ ແປງສ້າງເສັ້ນທາງຍ່າງ ເຊື່ອມຕໍ່ລະຫວ່າງຖໍ້າຕໍ່ຖໍ້າ, ເສັ້ນທາງຍ່າງຢູ່ປ່າສະ ຫງວນແຫ່ງຊາດ ນໍ້າແອດ ພູເລີຍ, ນອກຈາກນີ້ທາງ ແຂວງຍັງໄດ້ອະນຸຍາດໃຫ້ ນັກທຸລະກິດພາຍໃນສຳປະ ທານບໍ່ນໍ້າຮ້ອນເມືອງຮ້ຽມ, ແຫລ່ງທ່ອງທ່ຽວຕາດໂກນ ເມືອງຊ່ອນ, ຕາດນໍ້ານົ່ວ ເມືອງວຽງໄຊ ແລະ ແກັງລິດ ເມືອງແອດ ແລະ ຜູ້ປະກອບ ການທຸລະກິດ ກໍໄດ້ມີການ ປັບປຸງການບໍລິການນັບມື້ດີ ຂຶ້ນໃນດ້ານຈຳນວນ ແລະ ຄຸນນະພາບ, ປັດຈຸບັນ ແຂວງ ຫົວພັນມີໂຮງແຮມ 11 ແຫ່ງ, ເຮືອນພັກ 61 ແຫ່ງ, ມີຮ້ານອາຫານກິນດື່ມ 180 ແຫ່ງ, ຮ້ານບັນເທິງ 5 ແຫ່ງ, ເຊິ່ງປີຜ່ານມາສາມາດ ດຶງດູດນັກທ່ອງທ່ຽວພາຍ ໃນ ແລະ ຕ່າງປະເທດໄດ້ 49.021 ເທື່ອຄົນ, ສາມາດ ສ້າງລາຍຮັບໄດ້ຫລາຍກວ່າ 34 ຕື້ກວ່າກີບ.

 

ທ່ຽວຊົມຕາດຊາຍໃຫ້ຫາຍເຫງົາ

ທ່ຽວຊົມຄຳມ່ວນດິນແດນປະຫວັດສາດວິລະຊົນ

ເມື່ອບໍ່ດົນມານີ້, ແຂວງ ຫົວພັນ ໄດ້ອະນຸຍາດໃຫ້ວິ ສາຫະກິດ ແອກົ້ງ ເປັນຜູ້ ສຳປະທານພັດທະນາຕາດ ສະເຫລີ້ຍເປັນແຫລ່ງທ່ອງ ທ່ຽວທຳມະຊາດ, ໃນມູນ ຄ່າ 3,2 ຕື້ກີບ ແລະ ມີອາຍຸ ສຳປະທານ 20. ໂຄງການ ດັ່ງກ່າວ, ມີເນື້ອທີ່ 11,5 ເຮັກຕາ, ໂດຍໄດ້ແບ່ງເປັນ 4 ເຂດຄື: ເຂດອານຸລັກ, ເຂດ ສະຫງວນ, ເຂດບໍລິການ ແລະ ເຂດສຳລັບການລົງທຶນ ພາກເອກະຊົນ ເຊິ່ງການກໍ່ ສ້າງ ແມ່ນເປັນ 2 ໄລຍະ, ໄລ ຍະທຳອິດແມ່ນຈະໃຫ້ສຳ ເລັດໃນປີ 2019ຄື: ປັບປຸງ ບ່ອນຈອດລົດ ແລະ ສ້າງຮົ້ວ ອ້ອມເຂດບໍລິການ, ປັບປຸງ ທາງຍ່າງເຂົ້າຫາຕາດ, ໜອງ ປາ, ຂົວຊົມວິວ ແລະ ຈຸດພັກ ຜ່ອນ, ສ້າງຂົວຂ້າມໄປ ຫາ ດອນກາງ ທີ່ເປັນບ່ອນນັ່ງ ພັກຜ່ອນ, ສ່ວນໄລຍະ 2 ເລີ່ມ ແຕ່ປີ 2019-2021 ໃຫ້ສຳ ເລັດ 2 ໂຄງການຄື: ສ້າງລີ ສອດພັກແຮມແບບຊົງລາວ ຕິດພັນກັບທຳມະຊາດ ຈຳ ນວນ 6 ຫລັງ ແລະ ສ້າງ ຕູບແຄມນ້ຳ 8 ຫລັງ, ພ້ອມ ລະບົບປ້ອງກັນຄວາມປອດ ໄພຄົບຊຸດ.

ສຳລັບແຜນການປີ 2018ນີ້ ແຂວງຫົວພັນຈະ ຊຸກຍູ້ຜູ້ສຳປະທານແຫລ່ງ ທ່ອງທ່ຽວ ໃຫ້ມີການພັດ ທະນາຫລາຍຂຶ້ນ, ປັບປຸງ ເສັ້ນທາງເຂົ້າໃຫ້ມີຄວາມ ສະດວກ, ສົມທົບກັບຄະ ນະຮັບຜິດຊອບຂັ້ນແຂວງ ແລະ ເມືອງສ້າງໂຕໜັງສື ໃຫຍ່ໃສ່ໜ້າຜາ ເມືອງວຽງ ໄຊ, ນອກຈາກນີ້ ຍັງມີຫລາຍ ກິດຈະກໍາເພື່ອຕ້ອນຮັບປີ ທ່ອງທ່ຽວລາວ, ວັນປົດປ່ອຍ ຝາຖີ່ ແລະ ວັນສ້າງຕັ້ງເມືອງ ວຽງໄຊ ຄົບຮອບ 50 ປີ. ຄາດວ່າ: ປີ 2018 ຈະມີນັກ ທ່ອງທ່ຽວເຂົ້າມາທ່ຽວ ແຂວງຫົວພັນທັງໝົດ 50 ພັນກວ່າເທື່ອຄົນ./.

(ຕາດໂກນ)