ກະຊວງ ຍທຂ ຫ້າມເກັບຄ່າຝາກລົດເຂົ້າສະໜາມບິນທີ່ບໍ່ເໝາະສົມ

ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກແຈ້ງການເຖິງກອງສະໜາມບິນທົ່ວປະເທດໃຫ້ປັບປຸງແກ້ໄຂການເກັບຄ່າຈອດລົດເຂົ້າສະໜາມບິນໃຫ້ຖືກຕ້ອງ ແລະ ເປັນລະບຽບຮຽບຮ້ອຍ, ພາຍຫລັງເຫັນວ່າປັດຈຸບັນສະໜາມບິນບາງທ້ອງຖິ່ນເກີດມີສະພາບສວຍໂອກາດເກັບຄ່າຈອດລົດທີ່ບໍ່ເໝາະສົມ.
ກອງສະໜາມບິນລາວ ໄດ້ລະບຸວ່າ: ຂໍໃຫ້ສະໜາມບິນທົ່ວປະເທດປະຕິບັດຄື:ການເກັບຄ່າຈອດລົດເຂົ້າສະໜາມບິນແມ່ນໃຫ້ເກັບສະເພາະແຕ່ລົດທີ່ເຂົ້າລານຈອດ ແລະ ລົດທີ່ຈອດລໍເກີນ 5 ນາທີ ໃນເຂດບໍລິການຂອງສະໜາມບິນເທົ່ານັ້ນ. ຫ້າມບໍ່ໃຫ້ເກັບຄ່າລົດຜ່ານປະຕູມາສົ່ງ ຫລື ມາຮັບຜູ້ໂດຍສານທີ່ໃຊ້ເວລາພຽງ 3-5 ນາທີເທົ່ານັ້ນ ເພາະຈະສົ່ງຜົນກະທົບບໍ່ດີຕໍ່ພາບພົດຂອງສະໜາມບິນ ແລະ ການທ່ອງທ່ຽວລາວ. ຫ້າມບໍ່ໃຫ້ມີລົດຈອດຄ້າງຄືນໃນສະໜາມບິນທີ່ບໍ່ໄດ້ຮັບອະນຸຍາດຢ່າງເດັດຂາດ (ກໍລະນີຜູ້ໂດຍສານມີຄວາມຈຳເປັນຕ້ອງແຈ້ງໃຫ້ເຈົ້າໜ້າທີ່ສະໜາມບິນຊາບ ເພື່ອຮັກສາຄວາມປອດໄພ) ແລະ ຫ້າມບໍ່ໃຫ້ຈອດລົດຊະຊາຍເດັດຂາດ, ໂດຍມອບໃຫ້ສະໜາມບິນທົ່ວປະເທດພົວພັນພະແນກໂຍທາທິການ ແລະ ຂົນສົ່ງ ຂໍຕຳຫລວດຈະລາຈອນ 1-2 ຄົນ ມາຊ່ວຍຈັດສັນຄວາມເປັນລະບຽບຮຽບຮ້ອຍການຈອດລົດຢູ່ສະໜາມບິນ ແລະ ຖ້າພົບຜູ້ລະເມີດລະບຽບການ ມອບໃຫ້ເຈົ້າໜ້າທີ່ລ໋ອກລົດ ແລະ ປັບໄໝຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ ແລະ ມອບສິດໃຫ້ບັນດາຫົວໜ້າສະໜາມບິນທົ່ວປະເທດຈັດຕັ້ງປະຕິບັດແຈ້ງການນີ້ຢ່າງເຂັ້ມງວດ.

