ພຽງ 4 ເດືອນທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກກວ່າ 500 ກໍລະນີ ແລະ ເສຍຊີວິດ 1 ຄົນ

ທ່ານ ດຣ. ອ່ອນຈັນ ແກ້ວສະຫວັນ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ (ສວລ) ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ພຽງ 4 ເດືອນຕົ້ນປີນີ້, ທົ່ວປະເທດມີຈໍານວນຜູ້ຕິດເຊື້ອໄຂ້ເລືອດອອກແລ້ວເກືອບ 500 ກໍລະນີ ແລະ ມີຜູ້ເສຍຊີວິດ 1 ຄົນ. ໃນນັ້ນ, ແຂວງອັດຕະປື ມີຕົວເລກຜູ້ຕິດເຊື້ອ 257 ກໍລະນີ ແລະ ເສຍຊີວິດ 1 ຄົນ, ຮອງລົງມາແມ່ນນະຄອນຫລວງວຽງຈັນມີ 54 ກໍລະນີ, ຈຳປາສັກ 53 ກໍລະນີ ແລະ ແຂວງອື່ນໆອີກຈໍານວນໜຶ່ງ. ໃນເມື່ອກ່ອນການລະບາດຂອງພະຍາດໄຂ້ເລືອດອອກແມ່ນມີສະເພາະລະດູຝົນ ແລະ ເກີດໃນເດັກນ້ອຍເປັນສ່ວນຫລາຍ, ແຕ່ປັດຈຸບັນແມ່ນສາມາດເກີດຂຶ້ນໄດ້ທຸກຍາມ ນັບທັງຜູ້ໃຫຍ່ ແລະ ເດັກນ້ອຍ, ໂດຍແມ່ນຍຸງລາຍເປັນຕົວນຳເຊື້ອ, ຊຶ່ງ ໃນໄລຍະລະດູຝົນທີ່ມີນ້ຳຖ້ວມຂັງຈະກາຍເປັນແຫລ່ງເພາະພັນຂອງຍຸງລາຍເປັນຈຳນວນຫລາຍ, ຈຶ່ງເຮັດໃຫ້ໄລຍະນີ້ຈົນຮອດເດືອນຕຸລາຈະມີຄວາມສ່ຽງກໍ່ໃຫ້ເກີດໄຂ້ຍຸງລາຍໄດ້ງ່າຍ, ດັ່ງນັ້ນ ຈຶ່ງຕ້ອງໄດ້ມີການເຝົ້າລະວັງຢ່າງໃກ້ຊິດ.
ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໃນປີ 2017 ມີຜູ້ຕິດເຊື້ອໄຂ້ເລືອດອອກຫລາຍກວ່າ 11.00 ກໍລະນີ, ມີຜູ້ເສຍຊີວິດ 14 ຄົນ, ທຽບໃສ່ປີ 2016 ແມ່ນມີຈຳນວນເພີ່ມຂຶ້ນຫລາຍ, ແນວໃດກໍຕາມ, ຂະແໜງສາທາລະນະສຸກທົ່ວປະເທດ ກໍໄດ້ລົງສົມທົບກັບອຳນາດການປົກຄອງເມືອງ, ບ້ານເຝົ້າລະວັງ ແລະ ປຸກລະດົມຂະບວນການອານາໄມເຮືອນຊານບ້ານຊ່ອງ, ກຳຈັດກະໂປະກະປ໋ອງ ເພື່ອຈຳກັດການລະບາດຂອງຍຸງລາຍ.
ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ໃຫ້ຮູ້ວ່າ: ນອກຈາກພະຍາດໄຂ້ເລືອດອອກແລ້ວ, ໃນປັດຈຸບັນ ພວກເຮົາຍັງມີການເຝົ້າລະວັງ 17 ອາການ ແລະ ພະຍາດທີ່ສູນຂອງພວກເຮົາໄດ້ຮ່ວມມືກັບຂະແໜງການອື່ນໆ ເປັນຕົ້ນແມ່ນສູນວິໄຈພະຍາດສັດຂອງກະຊວງກະສິກຳ-ປ່າໄມ້ ໃນການຈັດຕັ້ງປະຕິບັດວຽກງານເຝົ້າລະວັງ ແລະ ໂຕ້ຕອບພະຍາດທີ່ເກີດຈາກສັດສູ່ຄົນມີ 5 ພະຍາດ ຄື: ພະຍາດໄຂ້ຫວັດສັດປີກ, ພະຍາດວໍ້, ພະຍາດລໍຊໍ, ໄຂ້ຍ່ຽວໜູ ແລະ ພະຍາດໄຂ້ເລືອດດຳ. ສະເພາະໄລຍະຝົນນີ້ເພື່ອປ້ອງກັນ ແລະ ສະກັດກັ້ນໃນການລະບາດຂອງໄຂ້ເລືອດອອກ ສູນວິເຄາະ ແລະ ລະບາດວິທະຍາ (ສວລ) ໄດ້ເພີ່ມທະວີການລົງກວດກາທຳລາຍແຫລ່ງເພາະພັນຂອງຍຸງລາຍຢູ່ແຕ່ລະບ້ານທີ່ກວດພົບ, ພົ່ນຢາ, ປ່ອຍປາຫາງນົກຍຸງ, ຊອກຫາກໍລະນີຄົນເຈັບທົ່ວປະເທດ, ເອົາໃຈໃສ່ໃນການລາຍງານກໍລະນີຄົນເຈັບ ແລະ ເອົາໃຈໃສ່ປິ່ນປົວ ແລະ ແນະນຳປະຊາຊົນໃຫ້ເອົາໃຈໃສ່ເຮັດວຽກງານອະນາໄມສິ່ງແວດລ້ອມ, ເມື່ອມີອາການສົງໃສເປັນໄຂ້ເລືອດອອກໃຫ້ຮີບຮ້ອນໄປໂຮງໝໍເພື່ອປິ່ນປົວໃຫ້ທັນການ.

