ກອງປະຊຸມຄະນະກຳມະການດ້ານວິທະຍາສາດ ແລະ ເຕັກໂນໂລຊີອາຊຽນຄັ້ງທີ 74

ກອງປະຊຸມຄະນະກຳມະການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ອາຊຽນ ຄັ້ງທີ 74 (ASEAN COST-74) ໄດ້ຈັດຂຶ້ນລະຫວ່າງວັນທີ 10-11 ພຶດສະພາ 2018, ທີ່ຊຽງໃໝ່ ປະເທດໄທ, ໂດຍການເປັນປະທານ ຂອງທ່ານ Aye Myint ຫົວໜ້າກົມອະຊີວະສຶກສາ ແລະ ຝຶກອົບຮົມ ກະຊວງສຶກສາ, ທັງເປັນປະທານຄະນະກຳມະການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ອາຊຽນ ຂອງປະເທດມຽນມາ, ຄະນະຜູ້ແທນ ລາວ ນຳໂດຍ ທ່ານ ຫູມພັນ ອິນທະຣາດ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທັງເປັນປະທານຄະນະກໍາມະການຮ່ວມມື ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ອາຊຽນ ຂອງ ສປປ ລາວ ມີບັນດາຄະນະຜູ້ແທນຈາກ 10 ປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ASEAN COST-74 ໄດ້ທົບທວນ ແລະ ຕີລາຄາຄືນ ການຈັດຕັ້ງປະຕິບັດ ບັນດາແຜນງານ, ໂຄງ ການ ແລະ ກິດຈະກຳຕ່າງໆ ທີ່ໄດ້ຕົກລົງຮັບຮອງໃນກອງປະຊຸມລັດຖະມົນຕີອາຊຽນ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຄັ້ງທີ 17 (AMMST-17), ກອງປະຊຸມ ASEAN COST-73, ການຜັນຂະຫຍາຍແຜນປະຕິບັດງານ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ 2016-2025 (APASTI 2016-2025), ການຮ່ວມມືກັບຄູ່ຮ່ວມເຈລະຈາ ແລະ ຂໍ້ຕົກລົງຕ່າງໆ ຂອງກອງປະຊູມຜູ້ນໍາບັນດາປະເທດອາຊຽນ ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງກັບວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.
ນອກຈາກນີ້, ກອງປະຊຸມໄດ້ຕີລາສູງ ຕໍ່ຄວາມເອົາໃຈໃສ່ຂອງບັນດາປະເທດສະມາຊິກອາຊຽນ ໃນການເຂົ້າຮ່ວມ ປະກອບຄວາມຄິດຄວາມເຫັນຢ່າງກົງໄປກົງມາແບບສ້າງສັນ ເປັນເຈົ້າການ ແລະ ມີຄວາມຮັບຜິດ ຊອບສູງ ໂດຍສະເພາະການປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກອງປະຊຸມລະດັບລັດຖະມົນຕີວິ ທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (AMMSTI) ຂອງຄະນະກຳມະການຮ່ວມມືດ້ານວິທະ ຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ (ASEAN COSTI) ແລະ ຂອງຄະນະກອງເລຂາອາຊຽນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຫັນໄປຕາມທິດການ ສ້າງປະຊາຄົມເສດຖະກິດອາຊຽນ ແລະ ການພັດທະນາແບບຍືນຍົງ.
ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ການຜັນຂະຫຍາຍຂໍ້ຕົກລົງຂອງ ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 31 ທີ່ປະເທດຟີລິບປິນ ໃນປີຜ່ານມາ ແລະ ໃນກອງປະຊຸມໃຫຍ່ ຄັ້ງທີ 32 ທີ່ປະເທດສິງກະໂປ ປີ 2018 ທີ່ກ່ຽວຂ້ອງກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ບັນຫາທີ່ພົວພັນກັບຫລາຍຂະແໜງການເຊັ່ນ: ການສ້າງຕັ້ງໜ່ວຍງານວິຊາການ ເພື່ອຈັດຕັ້ງແຜນງານລະດົມນັກຄົ້ນຄວ້າໝຸ່ມ ທີ່ມີພອນສະຫວັນ ແລະ ຈັດແບ່ງງົບປະມານ ຈາກກອງທຶນວິທະຍາສາດອາຊຽນ ເພື່ອຈັດຕັ້ງປະຕິບັດແຜນງານດັ່ງກ່າວ. ໄລຍະຜ່ານມາ, ASEAN COST ມີໂຄງການທັງໝົດຈຳນວນ 119 ໂຄງການ, ສຳເລັດ 26 ໂຄງການ, ກຳລັງຈັດຕັ້ງປະຕິບັດ 54 ໂຄງການ, ຍັງຢູ່ໃນຂັ້ນຕອນກະກຽມ 13 ໂຄງການ ແລະ ໂຄງການບໍ່ໄດ້ຮັບອະນຸມັດ 9 ໂຄງການ, ເຊິ່ງບັນດາໂຄງການດັ່ງກ່າວ ໄດ້ປະກອບສ່ວນຫລາຍສົມຄວນ ໃຫ້ແກ່ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ອາຊຽນ, ກໍຄືການຫລຸດຜ່ອນຄວາມແຕກໂຕນກັນ ດ້ານການພັດທະນາຂອງປະເທດສະມາຊິກ ອາຊຽນ ດ້ວຍກັນ.
ກອງປະຊຸມຄັ້ງນີ້, ຍັງໄດ້ພິຈາລະນາຮັບຮອງເອົາບັນດາໂຄງການຈຳນວນໜຶ່ງ ຕາມການສະເໜີຈາກອະນຸກຳມະການແຕ່ລະໜວ່ຍງານ ໃນນັ້ນມີໂຄງການທີ່ຝ່າຍ ສປປ ລາວ ສະເໜີຈັດຝືກອົບຮົມ ກ່ຽວກັບຂໍ້ມູນໃຫຍ່ໂລກ (Big Earth Data) ຈາກກອງທຶນຮ່ວມມື ອາຊຽນ-ສປ ຈີນ (ASEAN-China Cooperation Fund). ບັນດາຄະນະຜູ້ແທນອາຊຽນ ໄດ້ກຳນົດການຈັດກອງປະຊຸມ COST-75 ໄປຄຽງຄູ່ກັບກອງປະຊຸມລັດຖະມົນຕີບໍ່ເປັນທາງການ IAMMST-10, ເຊິ່ງຄາດວ່າຈະໄດ້ຈັດຂຶ້ນ ລະຫວ່າງ ວັນທີ 15-19 ຕຸລາ 2018 ທີ່ ເມືອງ Cebu, ປະເທດຟິລິບປິນ.

