ເຫດນອງເລືອດກາຊາລຸກລາມເປັນ ເຫດຂັດແຍ່ງການທູດ ຕວກກີ-ອິດສະລາແອນ

ເຫດປະທະນອງເລືອດທີ່ຊາຍແດນເຂດກາຊາຂອງປາແລັສຕິນກັບອິດສະລາແອນກາຍເປັນຂໍ້ຂັດແຍ່ງທາງການທູດລະຫວ່າງ ຕວກກີ ກັບ ອິດສະລາແອນ, ຫລ້າສຸດ ຕວກກີ ໃຫ້ກົງກຸນໃຫຍ່ອິດສະລາແອນປະຈຳນະຄອນອິສຕັນບູນກັບປະເທດຊົ່ວຄາວ.
ເຈົ້າໜ້າທີ່ກະຊວງຕ່າງປະເທດຕວກກີ ເປີດເຜີຍໃນວັນທີ 16 ພຶດສະພາວ່າ: ກະຊວງໄດ້ຂໍໃຫ້ກົງສຸນໃຫຍ່ອິດສະລາແອນປະຈຳນະຄອນອິສຕັນບູນກັບປະເທດຊົ່ວຄາວ, ພາຍຫລັງກ່ອນໜ້ານີ້ໄດ້ຂໍໃຫ້ເອກອັກຄະລັດຖະທູດອິດສະລາແອນປະຈຳຕວກກີກັບປະເທດຊົ່ວຄາວ ແລະ ຮຽກເອກອັກຄະລັດຖະທູດຂອງຕົນເອງກັບຈາກນະຄອນຫລວງເທລອາວີຟຂອງອິດສະລາແອນ ແລະ ນະຄອນຫລວງວໍຊິງຕັນຂອງອາເມລິກາເປັນການປະທ້ວງ ລວມທັງຈະເປັນເຈົ້າພາບຈັດກອງປະຊຸມສຸກເສີນອົງການຄວາມຮ່ວມມືອິສລາມ (OIC) ໃນວັນທີ 18 ພຶດສະພານີ້. ຂະນະທີ່ອິດສະລາແອນໄດ້ໃຫ້ກົງສຸນຕວກກີໃນນະຄອນເຢລູຊາເລມອອກນອກປະເທດແບບບໍ່ມີກຳນົດ.
ປະທານາທິບໍດີ ເຣເຈຟ ທາຍຍິບ ແອໂດອານ ຂອງຕວກກີ ລະບຸວ່າ: ການທີ່ກອງກຳລັງອິດສະລາແອນສັງຫານຊາວປາແລັສຕິນທີ່ຊຸມນຸມປະທ້ວງບໍລິເວນຊາຍແດນເຂດກາຊາເສຍຊີວິດ 60 ຄົນໃນວັນທີ 14 ພຶດສະພາ ເປັນການຂ້າລ້າງເຜົ່າພັນ ແລະ ໄດ້ປະນາມອິດສະລາແອນວ່າເປັນລັດກໍ່ການຮ້າຍ ພ້ອມກັບປະກາດໄວ້ອາໄລໃຫ້ຊາວປາແລັສຕິນເປັນເວລາ 3 ວັນ.

